ພະແນກ ການຕ່າງປະເທດ ແລະ ກອງບັນຊາການທະຫານແຂວງອຸດົມໄຊ ລົງມອບເຄື່ອງອຸປະໂພກ – ບໍລິໂພກ ໃຫ້ທະຫານກອງຮ້ອຍ 141

371

ວັນທີ 10 ມິຖຸນານີ້ ທ່ານ ຈໍາປາ ສີດາຄໍາ ຫົວຫນ້າພະແນກ ການຕ່າງປະເທດ ແລະ ທ່ານ ຫົງທອງ ໂຍມມະນີ ຄະນະພັກກອງບັນຊາການ, ຫົວຫນ້າຫ້ອງເສນາທິການ ທະຫານ ແຂວງອຸດົມໄຊ ພ້ອມຄະນະ ໄດ້ເດີນທາງ ສົມທົບກັບ ການນຳເມືອງນາຫມໍ້ ນຳເອົາເຄື່ອງອຸປະໂພກ – ບໍລິໂພກ, ຜ້າອັດປາກ-ດັງ, ເຈວລ້າງມື, ນ້ຳດື່ມ, ນ້ຳອັດລົມ, ເຂົ້າສານ ແລະ ຊີ້ນ ໄປມອບໃຫ້ທະຫານກອງຮ້ອຍ 141 ແລະ ອ້າຍນ້ອງທະຫານ ທີ່ປະຈຳຢູ່ບັນດາຈຸດຊາຍແດນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ແລະ ບັນດາຈຸດກັກກັນຕ່າງໆ ພາຍໃນເມືອງນາຫມໍ້.


ການນຳເອົາເຄື່ອງອຸປະໂພກ – ບໍລິໂພກ ໄປມອບ ກໍເພື່ອເປັນການຊຸກຍູ້, ຊ່ວຍເຫຼືອ ແລະ ແບ່ງເບົາ ພາລະ ໃຫ້ແກ່ອ້າຍນ້ອງທະຫານ ທັງເປັນການຕິດຕາມໃຫ້ກຳລັງໃຈ ອ້າຍນ້ອງທະຫານ ທີ່ພວມປະຕິບັດຫນ້າທີ່ໃນການປ້ອງກັນຊາດ – ປ້ອງກັນຊາຍແດນ ຕາມຈຸດຫລັກຫມາຍຊາຍແດນ ລະຫວ່າງ ແຂວງອຸດົມໄຊ ສປປ ລາວ ກັບ ສປ ຈີນ .


ໃນພິທີກໍໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງທະຫານກອງຮ້ອຍ 141, ຮັບຟັງຄຳຄິດເຫັນຈາກພາກສ່ວນຕ່າງໆ ແລະ ເກັບກຳຂໍ້ມູນ ນຳສະເຫນີຕໍ່ຂັ້ນເທິງ ເພື່ອຮ່ວມກັນຊອກຫາວິທີທາງແກ້ໄຂໃນຕໍ່ຫນ້າ ໂດຍສະເພາະ ແມ່ນວຽກງານປ້ອງກັນຊາຍແດນ ແລະ ການລັກລອບເຂົ້າເມືອງຜິດກົດຫມາຍຂອງຄົນຕ່າງປະເທດ. ຈາກນັ້ນ ຄະນະກໍໄດ້ສືບຕໍ່ເດີນທາງ ໄປມອບເຄື່ອງຕໍ່ໃຫ້ອ້າຍນ້ອງທະຫານ ຢູ່ຈຸດຫລັກຫມາຍຊາຍແດນ ທີ່ 27-3 (ຊາວເຈັດຂີດສາມ) ລວມທັງ ບັນດາຈຸດກວດກາຕ່າງໆອີກ 5 ຈຸດ.


ສໍາລັບ ເຄື່ອງອຸປະໂພກ – ບໍລິໂພກ ທີ່ນໍາໄປມອບໃຫ້ກັບອ້າຍນ້ອງທະຫານ ສ່ວນຫນຶ່ງ ແມ່ນໄດ້ມາຈາກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ແຂວງອຸດົມໄຊ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ສປຈີນ ໃນໄລຍະຜ່ານມາ.