Patrik ຍິງຈາກເຄິ່ງສະໜາມຊ່ວຍ ສາທາລະນະລັດເຊັກ ມີໄຊນັດທໍາອິດໃນຢູໂຣ 2020 (ມີຄລິບ)

642
Czech Republic's Patrik Schick celebrates after scoring his side's opening goal during the Euro 2020 soccer championship group D match between Scotland and Czech Republic, at Hampden Park, in Glasgow, Scotland, Monday, June 14, 2021. (Stu Forster, Pool via AP)

ການແຂ່ງຂັນນັດທໍາອິດຂອງວັນທີ 14 ມິຖຸນາ 2021 ທີ່ປະເທດສະກ໊ອດແລນ ລະຫວ່າງ ເຈົ້າພາບ ສະກ໊ອດແລນ ພົບກບ ສາທາລະນະລັດເຊັກ ກຸ່ມ D ເລີ່ມເວລາ 20:00 ໂມງ

ປາກົດວ່າ: Patrik Schick ກອງໜ້າຕົວຄວາມຫວັງຂອງ ທີມຊາດສາທາລະນະລັດເຊັກ ຍິງປະຕູຂຶ້ນນໍາໃຫ້ທີມໃນເຄິ່ງທໍາອິດ 1-0 ກ່ອນທີ່ເລີ່ມຕົ້ນເຄິ່ງເວລາທີ 2 ນາທີໆ 51 Patrik Schick ຍິງປະຕູສຸດງາມເຄິ່ງສະໜາມເຂົ້າໄປຕູໄປຢ່າງສວຍງາມ

ປະຕູດັ່ງກ່າວ ເກີດຂຶ້ນຈາກຈັງຫວະທີ່ ສະກ໊ອດແລນ ເປີດເກມບຸກ ກ່ອນທີ່ຈະຖືກ ສາທາລະນະລັດເຊັກ ຍາດບານໄດ້ກ່ອນສົ່ງໃຫ້ Patrik Schick ລາກບານກາຍບໍລິເວນເຄິ່ງສະໜ້ອຍດຽວ ກ່ອນຕັດສິນໃຈຍິງໄກບານຂ້າມຫົວຜູ້ຮັກສາປະຕູຂອງ ສະກ໊ອດແລນ ເຂົ້າໄປຢ່າງສວຍງາມຊ່ວຍໃຫ້ທີມຂຶ້ນນໍາ 2-0 (ເບິ່ງຄລິບໄດ້ລຸ່ມນີ້)

ກ່ອນຈົບນັດດັ່ງກ່າວ ສາທາລະນະເຊັກ ເອົາຊະນະ 2-0 ເກັບ 3 ຄະແນນທໍາອິດເທົ່າກັບ ທີມຊາດອັງກິດ, ສ່ວນ ສະກ໊ອດແລນ ກັບ ໂຄຣອາຊີ ຍັງບໍ່ມີຈັກຄະແນນຈາກນັດທໍາອິດ.