ຜູ້ຕິດເຊື້ອ ໃນ ນວ ເລີ່ມເພີ່ມຂຶ້ນ 7 ຄົນ ເບິ່ງປະຫວັດເດີນທາງມີແຕ່ບ່ອນສຳຄັນ ສ່ວນຫຼາຍຢູ່ ເມືອງສີໂຄດຕະບອງ

699

ໃນວັນທີ 14 ມິຖຸນາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວວ່າການເຝົ້າລະວັງໂຄວິດ-19 ໃນລາວ ທີ່ກະຊວງສາທາລະນະສຸກ.


ໂດຍທ່ານກ່າວວ່າ: ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຕົວເລກຜູ້ຕິດເຊື້ອທັງໝົດ 2.010 ຄົນ ຕິດເຊື້ອໃນວັນທີ 14 ມິຖຸນາ 2021 ຈຳນວນ 14 ກໍລະນີ, ໃນນັ້ນ ຈາກນະຄອນຫຼວງ 7 ກໍລະນີ, ສະຫວັນນະເຂດ 3 ກໍລະນີ, ຈໍາປາສັກ 3 ກໍລະນີ ແລະ ແຂວງວຽງຈັນ 1 ກໍລະນີ ສໍາລັບນະຄອນຫຼວງວຽງຈັນ 7 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.


ສ່ວນ ສະຫວັນນະເຂດ 3 ກໍລະນີ, ຈໍາປາສັກ 3 ກໍລະນີ ແລະ ແຂວງວຽງຈັນ 1 ກໍລະນີຕິດເຊື້ອຈາກສໍາຜັດໃກ້ຊິດ ແລະ ທີ່ເຫຼືອ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ.

ສຳລັບ 7 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ດັ່ແມ່ນມີປະຫວັດດັ່ງຕໍ່ໄປນີ້:
1: ເພດຊາຍ ອາຍຸ 28 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມີຖນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ; 2: ເພດຊາຍ, ອາຍຸ 31 ປີ, ອາຊີບ ອາຊີບຄ້າຂາຍ, ບ້ານໂພສີ ເມືອງສີໂຄດຕະບອງ; ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມີຖນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ; 3: ເພດຍິງ, ອາຍຸ 27 ປີ, ບ້ານໂພສີ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວ ບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມີຖນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ; 4: ເພດຊາຍ, ອາຍຸ 28 ປີ, ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສຳຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.


5: ເພດຍິງ, ອາຍຸ 25 ປີ, ອາຊີບພະນັກງານທະນາຄານ ST ສາຂານະຄອນຫຼວງວຽງຈັນ, ຢູ່ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມີຖຸນາ ຢູ່ ມສ ສີໂຄດ ແລ3 ຈາກ 13 ເຊື້ອ; 6: ເພດຍິງ, ອາຍຸ 25 ປີ,ອາຊີບພະນັກງານຮ້ານຂາຍໂທລະສັບ LCC ບ້ານດົງປ່າລານ , ປັດຈຸບັນຢູ່ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄຂ້ຄ້າຍຄືໄຂ້ຫວັດ, ມີປະຫວັດສຳຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມີຖນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ ແລະ ກໍລະນີທີ 7: ເພດຊາຍ, ອາຍຸ 19 ປີ, ອາຊີບຫ່ວາງງານ, ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມີຖນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.

ຜູ້ຕິດເຊື້ອ ໃນ ນວ ເລີ່ມເພີ່ມຂຶ້ນ 7 ຄົນ ເບິ່ງປະຫວັດເດີນທາງມີແຕ່ບ່ອນສຳຄັນ ສ່ວນຫຼາຍຢູ່ ເມືອງສີໂຄດຕະບອງ
ເຂດສຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ວັນທີ 8/06/2021: ຕະຫຼາດສີໄຄ; ວັນທີ 8/06/2021: ໄດ້ໄປການຄັ້ງສຸດທ້າຍ ປະຈໍາຢູ່ທະນາຄານ ST ສາຂາ ບ້ານສີຫອມ, ເມືອງຈັນທະບູລີ ນະຄອນຫຼວງ; ວັນທີ 9/06/2021: ຕະຫຼາດເກົ້າລ້ຽວ; ວັນທີ 10/06/2021: ງານສົບຢູ່ວັດແກ້ວປ່າ; ວັນທີ 10/06/2021: ໄປຮ້ານຂາຍເຄື່ອງຍ່ອຍ ຢູ່ສາມແຍກໄຟແດງສີໄຄ; ວັນທີ 10/06/2021 ໄດ້ໄປຊິດເບັດຢູ່ອ່າງນໍ້າຫຸ້ມ; ວັນທີ 11/06/2021: ຄລີນິກເອກະຊົນຢູ່ບ້ານນາແຮ່; ວັນທີ 11/06/2021: ໄປເຮັດວຽກຢູ່ຮ້ານຂາຍເຄື່ອງອອນໄລ ບ້ານໂນນແກ້ວ; ໄປເຮັດວຽກທຸກໆມື້ຈົນຮອດວັນທີ 12/06/2021: ຮ້ານຂາຍໂທລະສັບ LCC ບ້ານດົງປ່າລານ; ວັນທີ 12/6/2021 ໄດ້ພາລູກໄປຊື້ເຄື່ອງຫຼິ້ນຢູ່ຕະຫຼາດຊັ່ງຈຽງ; ໄປຕະຫຼາດຈັນສະຫວ່າງ ທຸກໆມື້.