ເນມາ ຍິງ 1 ປະຕູຊ່ວຍ ເບຣຊິລ ມີໄຊນັດເປີດສາກ ໂຄປາ ເມຣິກາ ເພີ່ມສະຖິຕິດາວຍິງທີມຊາດ 67 ປະຕູ

608
Brazil's Neymar scores his side's second goal against Venezuela on a penalty kick during a Copa America soccer match at the National Stadium in Brasilia, Brazil, Sunday, June 13, 2021. (AP Photo/Eraldo Peres)

ການແຂ່ງຂັນເຕະບານຊີງແຊັມແຫ່ງຊາດປະຈໍາພາກພື້ນອາເມຣິກາໃຕ້ລາຍການ ໂຄປາ ອາເມຣິກາ ຄັ້ງທີ 47 ລະຫວ່າງວັນທີ 13 ມິຖຸນາ ຫາວັນທີ 10 ກໍລະກົດ 2021 ຍ້າຍຈາກປະເທດອາກຊັງຕິນ ແລະ ໂຄລົມບີ ມາແຂ່ງທີ່ປະເທດເບຣຊິນ ໂດຍນັດທໍາອິດເປີດສາກຂຶ້ນໃນວັນທີ 13 ມິຖຸນາ 2021 ( ກົງກັບຕອນເຊົ້າວັນທີ 14 ມິຖຸນາ ຕາມເວລາໃນບ້ານເຮົາ ) ໂດຍຄູ່ເປີດສະໜາມ ເຈົ້າພາບ ທີມຊາດເບຣຊິນ ທັງເປັນແຊ້ມເກົ່າ ເປີດສະໜາມກິລາແຫ່ງຊາດ ມາເນ່ ກາຣຣິນຊາ ພົບກັບ ທີມຊາດເວເນຊູເອລາ

ນັດນີ້ ເບຣຊິນ ຄອງບານຫລາຍກວ່າ 60% ສ້າງສັນໂອກາດຍິງເກືອບ 20 ຄັ້ງ, ຂະນະທີ່ ເວເນຊູເອລ້າ ມີໂອກາດຍິງພຽງ 3 ຄັ້ງ ໂດຍ ບຣາຊິນ ໄດ້ປະຕູຈາກ ມາກິນຢອສ ກອງຫຼັງ ນາທີ 23, ກ່ອນທີ່ ເນມາ ຈະມາຍິງປະຕູຈາກຈຸດໂທດນາທີ 64 ກາຍເປັນປະຕູທີ 67 ໃນນາມທີມຊາດ ຕາມຫຼັງ ເປເລ່ ດາວຍິງສູງສຸດ 10 ປະຕູ ແລະ ປະຕູທີ 3 ໄດ້ຈາກຕົວສຳຮອງ ກາບົວ ບາຣໂບຊາ ນາທີ 89 ເຮັດໃຫ້ ບຣາຊິນ ເອົາຊະນະ ເວເນຊູເອລາ 3-0 ພ້ອມເພີ່ມສະຖິຕິການພົບກັນ 9 ນັດຫຼັງສຸດ ບຣາຊິນ ຊະນະ 6 ແລະ ສະເໝີ 3.

ສ່ວນອີກຄູ່ໜຶ່ງຂອງກຸ່ມ B ໂຄໂລມບີ ຊະນະ ເອກົວດໍ 1-0 ເຮັດໃຫ້ ເບຣຊິລ ກັບ ໂຄລົມບີ ເກັບ 3 ຄະແນນທໍາອິດຂອງກຸ່ມໄດ້ສໍາເລັດ ສ່ວນນັດຕໍ່ໄປຂອງກຸ່ມ B ຈະແຂ່ງຂັນໃນວັນທີ 17 ມິຖຸນາ 2021 ໂຄລົມບີ ພົບ ເວເນຊູເອລາ ແລະ ເບຣຊິນ ພົບ ເວເນຊູເອລາ ແຂ່ງຂັນໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2021 ຕາມເວລາໃນບ້ານເຮົາ.

ສໍາລັບ ການແຂ່ງຂັນບານເຕະ ໂຄປາ ອາເມຣິກາ ມີ 10 ທີມເຂົ້າຮ່ວມຊີງໄຊແບ່ງເປັນ 2 ກຸ່ມໆລະ 5 ທີມ ຈະຄັດເອົາອັນດັບ 1 ຫາ ອັນດັບ 4 ຂອງກຸ່ມເຂົ້າຮອບ 8 ທີມສຸດທ້າຍເພື່ອຕັດສິນກັນຕໍ່ໄປ.

ຮູບຈາກ: AP