ຝົນຕົກໜັກຕິດຕໍ່ກັນຫຼາຍມື້ ຫຼາຍເຂດແຂວງ ເກີດນໍ້າຖ້ວມເຮືອນຊານປະຊາຊົນ

467

ນັບແຕ່ວັນທີ 9-14 ມິຖຸນາ 2021 ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍມື້ ຢູ່ທຸກແຂວງໃນປະເທດລາວ ເຮັດໃຫ້ຫຼາຍເຂດເກີດມີນໍ້ານໍ້າຖ້ວມຂັງ, ດິນເຈື່ອນ ແລະ ແມ່ນໍ້າສາຍຕ່າງໆຍຶ່ງຂຶ້ນລົ້ນຝັ່ງ ໄຫຼເຂົ້າຖ້ວມເຮືອນຊານປະຊາຊົນ.

ວັງວຽງ

ໂດຍສະເພາະນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ເມືອງແຫ່ງການທ່ອງທ່ຽວ ກໍ່ໄດ້ລົ້ນຝັ່ງໄຫຼເຂົ້າຖ້ວມເຮືອນປະຊາຊົນ ທີ່ຢູ່ລຽບແຄມນໍ້າຊອງທັງສອງເບື້ອງເຮັດໃຫ້ເກີດມີຄວາມເສຍຫາຍ.

ເມືອງທ່າໂທມ

ນອກນີ້ຍັງມີດິນເຈື່ອນ ແລະ ນໍ້າຖ້ວມຢູ່ອີກຫຼາຍເມືອງໃນຫຼາຍແຂວງເຊັ່ນ: ເມືອງຄູນ ແຂວງຊຽງຂວາງ, ບ້ານວຽງພັດທະນາ ເມືອງຜາອຸດົມ ແຂວງບໍ່ແກ້ວ, ບ້ານພຽງຕາ ເມືອງທ່າໂທມ ແຂວງໄຊສົມບູນ, ເຂດບ້ານວຽກຄຳ-ນໍ້າທອນ ເມືອງປາກກະດິງ ແຂວງບໍລິຄຳໄຊ, ເທສະບານແຂວງໄຊຍະບູລີ ແລະ ອີກຫຼາຍບ່ອນທີ່ເກີດມີນໍ້າຖ້ວມແບບນີ້ ອັນໄດ້ເຮັດໃຫ້ຊັບສິນຂອງພໍ່ແມ່ປະຊາຊົນເສຍຫາຍຫຼາຍພໍສົມຄວນ.

ເມືອງຜາອຸດົມ ແຂວງບໍ່ແກ້ວ

ຝົນຕົກໜັກຕິດຕໍ່ກັນຫຼາຍມື້ ຫຼາຍເຂດແຂວງ ເກີດນໍ້າຖ້ວມເຮືອນຊານປະຊາຊົນ