ຢູໂຣ 2020 ຄືນນີ້ ໂດຍລວມ ທີມສະວິດເຊີແລນ ສະຖິຕິທີ່ຜ່ານມາດີກວ່າ ທີມຊາດເວລ

372

ການແຂ່ງຂັນບານເຕະ ຢູໂຣ 2020 ນັດທີ 2 ຈະແຂ່ງຂັນໃນມື້ນີ້ວັນທີ 12 ມິຖຸນາ 2021 ເວລາ 20:00 ໂມງຕາມເວລາໃນບ້ານເຮົາ ທີ່ສະໜາມ ບາກູ ໂອແລມປິກ ສະເຕດ້ຽມ ໃນນະຄອນຫຼວງບາກູ ປະເທດອາເຊີໄບຈານ

ສິ່ງທີ່ໜ້າສົນໃຈຂອງທັງສອງທີມ: ແນ່ນອນວ່າຈຸດແຂງຂອງ ທີມຊາດເວລ ມີນັກເຕະທີ່ເຄີຍຜ່ານປະສົບການໃນພຣີເມລີກ ອັງກິດ ແລະ ລີກໃຫຍ່ໆຊັ້ນນໍາເປັນຕົ້ນແມ່ນ ແກເຣັດ ເບລ, ອາຣອນ ແຣມຊີ, ແດນຽລ ເຈມສ໌ ແລະ ແຮຣີ ວິລລສັນ ແຕ່ສະຖິຕິເກມບຸກບໍ່ຄ່ອຍດີຈາກ 13 ນັດຫຼ້າສຸດຍິງໄດ້ພຽງ 10 ປະຕູ ແລະ ຍິງໄດ້ພຽງ 3 ຈາກ 5 ນັດໃນປີ 2021.

ສ່ວນ ສະວິດເຊີິແລນ ມີນັກເຕະທີ່ປະສົບການໃນລະດັບພຣີເມຍລີກ ອັງກິດ ແລະ ລີກໃຫຍ່ ຢ່າງ ເຊີດານ ຊາກິຣີ, ຮາຣິ ເຊເຟໂຣວິຊ, ອັດເມຍ ເມເມດີ,ບຣີລ ເອັມໂບໂລ ແລະ ເພື່ອນຮ່ວມທີມຊ່ວຍກັນຍິງປະຕູໄດ້ເຖິງ 27 ໜ້ວຍ ແບ່ງເປັນ 16 ປະຕູໃນປີນີ້.

+ສະຖິຕິການພົບກັນທັງໝົດ 7 ຄັ້ງແບ່ງເປັນ ສະວິດເຊີແລນ ຊະນະ 5 ຄັ້ງ ແລະ ເວລ ຊະນະ 2 ຄັ້ງ
+ຜົນງານ 3 ນັດຫຼ້າສຸດ:
-ເວລ: ສະເໝີກັບ ແອລແບເນຍ 0-0 ໃນນັດອຸ່ນເຄື່ອງ, ເສຍໃຫ້ ຝຣັ່ງ 0-3 ແລະ ຊະນະ ສາທາລະນະເຊັກ 1-0 ບານໂລກ 2022 ຮອບຄັດເລືອກ ໂຊນເອີຣົບ
-ສະວິດເຊີແລນ: ຊະນະ ລິກສະເຕນສະໂຕ 7-0 ນັດອຸ່ນເຄື່ອງ, ຊະນະ ສະຫະລັດອາເມຣິກາ 2-1 ນັດອຸ່ນເຄື່ອງ ແລະ ຊະນະ ຟິນແລນ 3-2 ນັດອຸ່ນເຄື່ອງ