ກົມອຸຕຸນິຍົມ ອອກແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ10 ມິຖຸນາ ພາກເໜືອດ້ານຕາເວັນຕົກ ແລະ ພາກກາງ ມີຝົນປົກຫຸ້ມ 90%

907

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 10 ມິຖຸນາ 2021 ເນື່ອງຈາກຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ພາດຜ່ານຢູ່ພາກເໜືອ ລົງຫາພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງປານກາງ ຫາ ແຮງ ພັດປົກຄຸມພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບນ້ຳຖ້ວມຊູ, ນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນທີ່ອາດຈະເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນໃນໄລຍະນີ້.


ຈາກການວັດປະລິມານນ້ຳຝົນຕົວຈິງໃນ 24 ຊົ່ວໂມງ ຂອງວັນທີ 9 ມິຖຸນາ ຜ່ານມາ ເຂດທີ່ມີຝົນຕົກຫຼາຍສຸດ ແມ່ນຢູ່ຫຼວງນ້ຳທາ ວັດປະລິມານນ້ໍາຝົນໄດ້ 59,2 ມິນລິແມັດຕໍ່ 24 ຊົ່ວໂມງ, ທ່າແຂກ ແຂວງຄໍາມ່ວນ 53,1 ມິນລິແມັດ, ໂພນໂຮງ ແຂວງວຽງຈັນ 53 ມິນລິແມັດ, ຜົ້ງສາລີ 44 ມິນລິແມັດ, ຫຼວງພະບາງ 20 ມິນລິແມັດ ແລະ ເຂດອື່ນໆ.


ສ່ວນພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 10 ມິຖຸນາ ເຖິງເວລາ 12 ໂມງຂອງວັນທີ 11 ມິຖຸນາ 2021, ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 28 ອົງສາ.


ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 90% ຂອງພາກ ອຸນຫະພູມໃນລະຫວ່າງ 21 – 31 ອົງສາ.


ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80%. ອຸນຫະພູມໃນລະຫວ່າງ 25 – 31 ອົງສາ.


ພາກກາງ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 90% ຂອງພາກ ອຸນຫະພູມໃນລະຫວ່າງ 23 -ອົງສາ. ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80%. ອຸນຫະພູມໃນລະຫວ່າງ 18 -24 ອົງສາ.


ພາກໃຕ້: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 24-32 ອົງສາ. ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80%. ອຸນຫະພູມໃນລະຫວ່າງ 15 – 26 ອົງສາ.