ແຕ່ງຕັ້ງ ທ່ານ ມະໂນທອງ ພົງສະຫວັດ ແລະ ທ່ານ ສົມສັກດາ ແກ້ວມະນີ ເປັນຮອງຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ

393

ໃນວັນທີ 9 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແຂວງຄຳມ່ວນ ໄດ້ມີພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ  ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄຳມ່ວນ, ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ.

ໃນພິທີ ທ່ານ ໄຊສົມບູນ ສຸວັນດາລາ ໄດ້ລາຍງານສະພາບໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານ ຖວທ ແຂວງ ຕະຫຼອດໄລຍະ 6 ເດືອນຕົ້ນປີ 2021 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ.

ຈາກນັ້ນ ທ່ານ ນາງ ມຸນທາ ລັດທະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງໆ ຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຄຳມ່ວນ, ໃນນີ້ໄດ້ແຕ່ງຕັ້ງ ທ່ານ ມະໂນທອງ ພົງສະຫວັດ ຫົວໜ້າຂະແໜງບໍລິຫານເປັນຮອງຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ແຕ່ງຕັ້ງ ທ່ານ ສົມສັກດາ ແກ້ວມະນີ ຫົວໜ້າກອງວິຊາການໂທລະພາບ ເປັນຮອງຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ.

ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນງານການເຄືອນໄຫວທີ່ຜ່ານມາ ແລະ ມີຄຳເຫັນຮຽກຮ້ອງມາຍັງຜູ້ໄດ້ຮັບຕຳແໜ່ງໃໝ່ ສືບຕໍ່ຍົກສູງດ້ານວຽກງານການເມືອງແນວຄິດໃຫ້ສູງຂຶ້ນ, ມີຄວາມຮັບຜິດຊອບ ແລະ ສືບຕໍ່ຮັກສາຄວາມສາມັກຄີເປັນອັນໜຶ່ງອັນດຽວໃນໝູ່ຄະນະ.

ຄຽງຄູກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃນດ້ານການເຄື່ອນໄຫວວຽກງານວິຊາສະເພາະ ຂອງບັນດາຂະແໜງການເປັນຕົ້ນແມ່ນວຽກງານສື່ມວນຊົນຕໍ່ການໂຄສະນາຂໍ້ມູນຂ່າວສານ, ວຽກງານອະນຸລັກຮັກສາວັດທະນະທໍາ ແລະ ວຽກງານການທ່ອງທ່ຽວ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ບົນພື້ນຖານປະຕິບັດຕາມແຜນທີ່ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.