4 ໜ່ວຍພັກ ທີ່ຂຶ້ນກັບຄະນະຮາກຖານພະແນກ ແຜນການ ແລະ ການລົງທຶນ ແຂວງຈຳປາສັກ ໄດ້ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

377

ພິທີ ມອບ – ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະຮາກຖານພະແນກ ແຜນການ ແລະ ການລົງທຶນ ແຂວງຈຳປາສັກ ປະຈຳປີ 2020 ໄດ້ມີຂື້ນ ໃນຕອນບ່າຍວັນທີ 9 ພຶດສະພາ 2021, ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ, ສະຫາຍ ປອ ສຸກສະຫວັນ ວິໄລວົງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ,ມີຄະນະຈັດຕັ້ງແຂວງ, ສະຫາຍເລຂາ,ຮອງເລຂາໜ່ວຍພັກ, ມີຄະນະກຳມະການ ກວດກາປະເມີນຜົນ ຂັ້ນແຂວງ, ບັນດາ ສະຫາຍ ສະມາຊິກພັກສົມບູນ, ສໍາຮອງ ຈາກແຕ່ລະໜ່ວຍພັກເຂົ້າຮ່ວມ.


ສະຫາຍ ປອ ສຸກສະຫວັນ ວິໄລວົງ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ໄດ້ຜ່ານບົດສະຫຼຸບ ປະຈຳ ປີ 2020 ແລະ ທິດທາງແຜນການ ນໍາພາການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021.ຊຶ່ງ ຄະນະພັກຮາກຖານພະແນກ ແຜນການ ແລະການລົງທຶນ ແຂວງ ຈຳປາສັກ ມີ 4 ໜ່ວຍພັກ ທີ່ຂື້ນກັບ ມີສະມາຊິກພັກທັງໝົດ 44 ສະຫາຍ, ຍິງ 8 ສະຫາຍ,ສໍາຮອງ 4 ສະຫາຍ.ຍິງ 2 ສະຫາຍ 4 ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນໃນຄັ້ງນີ້ ມີຄື:


1. ໜ່ວຍພັກຫ້ອງການບໍລິຫານ-ຈັດຕັ້ງ,ຂະແໜງກວດກາ ແລະ ສູນສະຖິຕິປິຈໍາແຂວງ; 2. ໜ່ວຍພັກຂະແໜງແຜນການ-ສັງລວມ ແລະ ປະເມີນຜົນ; 3. ໜ່ວຍພັກຂະແໜງສົ່ງເສີມການລົງທຶນ ແລະ ຂະແໜງການຮ່ວມມືສາກົນ; 4. ໜ່ວຍພັກຫ້ອງການຄຸ້ມຄອງເຂດເສດຖະກິດພິເສດ.


ເຫດຜົນທີ່ 4 ໜ່ວຍພັກໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ໃນຄັ້ງນີ້ກໍຍ້ອນ ຕະຫຼອດຫລຍະ 1 ປີ 2020 ຜ່ານມາ ຄະນະພັກຮາກຖານ,ໜ່ວຍພັກສາມາດນໍາພາບັນລຸໄດ້ຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ໃນແຕ່ລະດ້ານ ເຊັ່ນ:ນໍາພາທາງດ້ານການເມືອງ,ແນວຄິດ,ການຈັດຕັ້ງ, ແບບແຜນວິທີນໍາພາ ແລະການນໍາພາປະຕິບັດໜ້າທີ່ການເມືອງ
ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຈໍາປາສັກ ອລະນິຕິກຳກ່ຽວຂ້ອງ,ຈາກນັ້ນ ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ ແລະໜັກແໜ້ນໃຫ້ແກ່ 4 ໜ່ວຍພັກ ທີ່ຂຶ້ນກັບ ຄະນະຮາກຖານພະແນກ ແຜນການ ແລະ ການລົງທຶນ ແຂວງຈຳປາສັກຢ່າງສົມກຽດ.


ຈາກນີ້ ກໍໄດ້ເປັນກຽດໂອ້ລົມໂດຍຕີລາຄາສູງ,ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາຂອງຄະນະພັກຮາກຖານ,ຄະນະໜ່ວຍພັກ ກໍຄືສະມາຊິກພັກທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ເສີມນໍາພາສະມາຊິກພັກຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກໃຫ້ແຂງແຮງ ຮັກສາ ແລະ ເສີມຂະຫຍາຍມູນເຊື້ອກໍຄືຜົນງານ ການນໍາພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ນີ້ໄວ້ຕະຫຼອດໄປ.