ເຜີຍ 3 ລາສີດວງການເງິນດີ ອາທິດນີ້ກຽມຮັບຊັບ

685

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ້າວເຂົ້າສູ່ອາທິດທີ 2 ຂອງເດືອນມິຖຸນາແລ້ວ. ມື້ນີ້ຜູ້ຂຽນຂໍພາທຸກທ່ານມາກວດເບິ່ງດວງຕົນເອງນໍາກັນ ເຊິ່ງໃນອາທິດນີ້ 3 ລາສີນີ້ໂດດເດັ່ນເລື່ອງການເງິນ ອາທິດນີ້ກຽມຮັບຊັບຈາກໂຊກລາບ ແລະ ວຽກງານ ຫຼື ກິດຈະການທີ່ເຮັດຢູ່ໄດ້ເລີຍ.

May be an image of text that says 'Leo'

ເລີ່ມທີ່ລາສີທໍາອິດ ລາສີສິງ ( ຜູ້ທີ່ເກີດລະຫວ່າງວັນທີ 17 ສິງຫາ ຫາ 16 ກັນຍາ ) ເລື່ອງການເງິນ ດ້ວຍລົມປາກຫວານຫູ ບໍ່ຮູ້ຮ້າຍ ທັງຈາກການເວົ້າ, ການຂຽນຈະຢູ່ໃນເກນດີທີ່ຈະເຮັດໃຫ້ເກີດລາຍໄດ້ຫຼັ່ງໄຫຼເຂົ້າມາມະຫາສານ ແຕ່ໃນໄລຍະວັນທີ 7 – 8 ມິຖຸນານີ້ ກໍຢ່າປະໝາດກັບເຫດ ຫຼື ໄພທີ່ຈະເຮັດໃຫ້ຕ້ອງສູນເສຍເງິນໂດຍບໍ່ຈໍາເປັນ ເຊິ່ງອາດເກີດຂຶ້ນໄດ້ຈາກການເດີນທາງ.

ສ່ວນເລື່ອງວຽກງານຢູ່ໃນໄລຍະຟື້ນຕົວທີ່ສາມາດຈະສ້າງຜົນກໍາໄລ ເລີ່ມຂະຫຍາຍກິດຈະການໃຫ້ຈະເລີນກ້າວໜ້າຫຼາຍຍິ່ງຂຶ້ນ ແຕ່ກໍຄວນຫຼີກລ່ຽງການເວົ້າໂອ້ອວດຄວາມສໍາເລັດຂອງຕົນເອງ ເພາະອາດເຮັດໃຫ້ຖືກເບິ່ງໄປໃນທາງທີ່ບໍ່ດີໄດ້ ອັນຈະນໍາໄປສູ່ການຕິສິນນິນທາວ່າຮ້າຍໃຫ້ເສື່ອມເສຍຊື່ສຽງໄດ້.

May be an image of text that says 'Virgo'

ລາສີກັນ ( ຜູ້ທີ່ເກີດລະ ຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ ) ເລື່ອງເງິນ ຈະໄດ້ຮັບຊັບຈາກກິດຈະການວຽກງານທີ່ເຮັດຢູ່ໃນເກນທີ່ດີ ສ້າງລາຍຮັບມີເງິນທອງໄຫຼມາເທມາ ແຕ່ໃນໄລຍະວັນທີ 7 – 8 ມິຖຸນາ ຄວນພິຈາລະນາໃຫ້ຮອບຄອບ ຫາກຈະຮ່ວມຮຸ້ນລົງທຶນ ຫຼື ໃຫ້ມິດສະຫາຍກູ້ຢືມເງິນ ເພາະມີເກນສູງວ່າຈະບໍ່ໄດ້ຄືນ.

ດ້ານວຽກງານ ຖືວ່າປາກເປັນເອກ ທັງຂຽນ ທັງເວົ້າ ທັງຈາກການໃຊ້ສື່ອອນລາຍເຜີຍແຜ່ໃຫ້ຫຼາຍຂຶ້ນ ຫຼື ການຕິດຕໍ່ສໍາພັນກັບຮຸ້ນສ່ວນ, ຄູ່ຄ້າ ຫຼື ຄູ່ສັນຍາກໍມີໂອກາດສ້າງຜົນກໍາໄລໄດ້ຮັບໝາກຜົນຕາມມາຢ່າງຫຼວງຫຼາຍ, ສໍາລັບຄົນວ່າງງານ ຫາກຮີບສະໝັກວຽກໄດ້ສໍາພາດໃນໄລຍະນີ້ກໍມີໂອກາດຫຼາຍຂຶ້ນ ແຕ່ກໍຄວນລະວັງ ຫຼື ຫຼີກລ່ຽງການມີຄະດີຄວາມຮ້ອງຟ້ອງໃດໆ ເພາະມີເກນສູງຈະບໍ່ຊະນະ.

May be an image of text that says 'Scorpio'

ລາສີສຸດທ້າຍແມ່ນລາສີພະຈິກ ( ຜູ້ທີ່ເກີດລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ ) ອາດໄດ້ໂຊກລາບ ຜົນປະໂຫຍດຈາກສ່ວນແບ່ງກອງມໍລະດົກ ຫຼື ຈາກສິ່ງທີ່ຄິດວ່າສູນເສຍໄປແລ້ວ ລວມເຖິງໄດ້ລາບໂດຍສະເໜ່ຫາຈາກການຕິດຕໍ່ສໍາພັນຕ່າງໆອີກດ້ວຍ.

ເລື່ອງວຽກງານ ການຕິດຕໍ່ສໍາພັນຢູ່ໃນເກນທີ່ດີສາມາດໂນ້ມນ້າວໃຈໃຫ້ຜູ້ຟັງ ຫຼື ຮຸ້ນສ່ວນ, ຄູ່ຄ້າ ພ້ອມຈະເຊື່ອຖືໄດ້ຢ່າງງ່າຍດາຍ ແຕ່ສໍາລັບເຈົ້າຂອງກິດຈະການຜູ້ບໍລິຫານຄວນໃສ່ໃຈເບິ່ງແຍງພະນັກງານ ຫຼື ລູກນ້ອງໃຫ້ຫຼາຍຂຶ້ນ ເພາະອາດກໍ່ເລື່ອງເຮັດໃຫ້ເດືອດຮ້ອນ ມີເລື່ອງຫຍຸ້ງຍາກເກີດຂຶ້ນໄດ້ ເຊິ່ງອາທິດນີ້ໄລຍະວັນທີ 7 – 8 ມິຖຸນາ ຄວນລະວັງເປັນພິເສດ.

ທີ່ມາ: https://www.sanook.com/horoscope/myhoro/7days/