ນົມປັ່ນ ສູດເຄື່ອງດື່ມທີ່ນິຍົມ ເຮັດງ່າຍ ແຊບ ຫອມມັນ

596

ໃນໄລຍະນີ້ສາຍຫວານເຢັນທີ່ບໍ່ຢາກອອກໄປນອກເຮືອນ ຫຼື ບໍ່ຢາກສັ່ງກິນ ເພາະວ່າກວ່າຈະມາຮອດລົດຊາດອາດຈະປ່ຽນໄປ ຜູ້ຂຽນຈຶ່ງເອົາສູດເຄື່ອງດື່ມທີ່ຮັບຮອງວ່າຖືກໃຈເດັກນ້ອຍ ແລະ ຜູ້ໃຫຍ່ທີ່ມັກດື່ມນົມມາຝາກໄດ້ໄປລອງເຮັດກິນໄລຍະອາກາດທີ່ຮ້ອນໆແບບນີ້.

May be an image of dessert and drink

ສ່ວນປະສົມ

ນົມຈືດ ( ລົດຊາດຕາມໃຈມັກ )

ນົມຂຸ້ນຫວານ

ນົມຂຸ້ນຈືດ

ນ້ຳເຊື່ອມ

ນ້ຳກ້ອນ 1 ຈອກ

ທັອບປິ້ງຕາມໃຈມັກ ເຊັ່ນ: ປີ່ໂປ້, ຜົງໂກໂກ້, ໂອລີໂອ້, ກະແລັມເປັນຕົ້ນ.

May be an image of dessert and drink

ວິທີເຮັດ

1 ໃສ່ນ້ຳກ້ອນລົງໄປໃນເຄື່ອງປັ່ນ ເທນົມໃສ່ລົງໄປຕາມດ້ວຍນົມຂຸ້ນຫວານ, ນົມຂຸ້ນຈືດ ແລະ ນ້ຳເຊື່ອມ.

2 ແລ້ວປັ່ນສ່ວນປະສົມທຸກຢ່າງຈົນເນື້ອນຽນ ເທໃສ່ຈອກ ແຕ່ງດ້ວຍທັອບປິ້ງຕາມໃຈມັກໄດ້ເລີຍ.

3 ພ້ອມຈັດເສີບເພື່ອຄາຍຄວາມຮ້ອນເພີ່ມຄວາມສົດຊື່ນໄດ້ເລີຍ.

May be an image of food and indoor

ທີ່ມາ: https://cooking.kapook.com/view236256.html