
ຢູກະ ຊາໂຊ ນັກກ໊ອຟສາວອາຍຸ 19 ປີສ້າງປະຫວັດສາດເປັນນັກກ໊ອຟຈາກຟິລິບປິນ ຄົນທໍາອິດທີ່ຄວ້າແຊັມກ໊ອຟລະດັບເມເຈີິລາຍການ ຢູເອັສ ວີເມັນສ໌ ເມື່ອວັນທີ 6 ມິຖຸນາ 2021 ທີ່ສະໜາມໃໝ່ ໂອແລມປິກ ຄລັບ ສະຫະລັດອາເມຣິກາ.
ລາຍການດັ່ງກ່າວ ນາສະ ຮາຕາໂອກະ ນັກກ໊ອຟມື 13 ຂອງໂລກຊາວຍີ່ປຸ່ນ ເກັບເພີ່ມ 3 ອັນເດີພາ ລວມຄະແນນ 4 ວັນມີ 4 ອັນເດີພາ, ສ່ວນ ຢູກະ ຊາໂຊ ນັກກ໊ອຟຍິງມື 40 ຂອງໂລກຕີເກີນໄປ 3 ໂອເວີພາ ລວມ 4 ວັນເຫຼືອ 4 ອັນເດີພາເທົ່າກັນ ເຮັດໃຫ້ທັງສອງຕ້ອງໄປຕັດສິນໃນການເພລອ໊ອຟຫາຜູ້ຊະນະ.
ປາກົດວ່າ ຮອບເພລອ໊ອຟໃຊ້ຂຸມ 9 ສະຫຼັບກັບຂຸມ 18 ເຊິ່ງ 2 ຂຸມທໍາອິດຕ່າງຝ່າຍຕ່າງເກັບພາໄດ້ຄືກັນ ກ່ອນກັບມາແຂ່ງຂັນຂຸມທີ 9 ອີກຄັ້ງເປັນ ຊາໂຊ ທີ່ເກັບເບີດີໄດ້ ເຮັດໃຫ້ເອົາຊະນະ ແລະ ຄວ້າແຊັມໄປຄອງໄດ້ສໍາເລັດ.
ແຊັມລາຍການນີ້ເຮັດໃຫ້ ຢູກະ ຊາໂຊ ຄວ້າແຊັມລະດັບເມເຈີເປັນຄັ້ງທໍາອິດໃນຊີວິດ ພ້ອມສ້າງປະຫວັດສາດເປັນນັກກ໊ອຟຊາວຟິລິບປິນຄົນທໍາອິດ ທີ່ໄດ້ແຊັມລະດັບເມເຈີໄປຄອງ ພ້ອມຮັບເງິນລາງວັນ 1.000.000 ໂດລາ