6 ມິຖຸນາ ລາວ ມີຜູ້ຕິດເຊື້ອ 6 ຄົນ ນອນໃນ 3 ແຂວງ ເຊິ່ງມີສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອເດີນທາງໄປດັ່ງນີ້:

680

ວັນທີ 6 ມິຖຸນາ 2021 ລາວ ພົບຜູ້ຕິດເຊື້ອ 6 ຄົນ ຈາກການເກັບຕົວຢ່າງໄປກວດ ຈຳນວນ 1.685 ຕົວຢ່າງ, ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ ມີ 2 ຄົນ, ຈຳປາສັກ 1 ຄົນ(ນຳເຂົ້າ), ສະຫວັນນະເຂດ 3 ຄົນ(ນຳເຂົ້າ), ເຮັດໃຫ້ຕົວເລກສະສົມທົ່ວປະເທດ ມີຈຳນວນ 1.963 ຄົນ ແລະ ມີຕົວເລກສະສົມຜູ້ເສຍຊີວິດຈຳນວນ 3 ຄົນ.


ໃນວັນທີ 6 ມິຖຸນາ 2021 ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ວັນທີ 5 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.685 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 6 ກໍລະນີ, ໃນນີ້ ຈາກນະຄອນຫຼວງວຽງຈັນ 2 ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສຳລັບ ແຂວງສະຫວັນນະເຂດ 3 ກໍລະນີ ແລະ ຈໍາປາສັກ 1 ກໍລະນີ ແມ່ນກໍລະນີນໍາເຂົ້າເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ).

ມາຮອດປະຈຸບັນ ທົ່ວປະເທດມີຕົວເລກສະສົມທົ່ວປະເທດ 1.963 ກໍລະນີ (ໃໝ່ 6), ເສຍຊີວິດສະສົມ 3 ກໍລະນີ(ໃໝ່0), ປິ່ນປົວຫາຍດີສະສົມ 1.714 ກໍລະນີ (ໃໝ່ 21).


ສຳລັບ ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ; ວັນທີ 30/5-3/06/2021: ປະຈໍາການຢູ່ຮ້ານຂາຍເຄື່ອງກິລາ ເຂດທາດຫຼວງ (Vector Football Store); ວັນທີ 2-3/06/2021: ເຮືອນສວນຂອງຄອບຄົວ ຢູ່ບ້ານໂນນສົມບູນ ເມືອງສີໂຄດຕະບອງ.
ໂດຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດຖະບານ ແລະ ທຸກພາກສ່ວນທີ່ສຸມທຸກກຳລັງແຮງ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19, ສະນັ້ນ ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ.
ການຢູ່ເຮືອນ ແລະ ບໍ່ເດີນທາງ ໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຍັງຖືວ່າເປັນ ຍຸດທະສາດ ແລະ ມາດຕະການຫຼັກ ທີ່ສໍາຄັນໃນການຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວໃນປະເທດເຮົາ.


ການປະຕິບັດດໍາລົງຊິວິດປົກກະຕິແບບໃໝ່ (new normal) ຍັງມີຄວາມຈຳເປັນ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70% ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ເຂດທີ່ມີຄວາມສ່ຽງ, ການເຮັດວຽກຢູ່ບ້ານ ຫຼື ຜັດປ່ຽນກັນມາປະຈໍາການ ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້.


ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ-19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດກໍ່ໃຫ້ຮີບຮ້ອນໄປກວດ, ບໍ່ຄວນໄປຊື້ຢາມາກິນເອງ ແລະ ໃນໄລຍະລໍຖ້າຜົນກວດ ກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14 ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈຶ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດວົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ;