6 ຄຳແນະນຳໃນການປົກປ້ອງຕົວທ່ານເອງ ແລະ ຄົນທີ່ທ່ານຮັກຈາກຂໍ້ມູນທີ່ບໍ່ຖືກຕ້ອງຂອງ Covid-19

1712

ໃນຂະນະທີ່ ສປປລາວ ຍັງສືບຕໍ່ຮອງຮັບເອົາຄື້ນລູກໃໝ່ຂອງພະຍາດ COVID-19 ແລະ ເລັ່ງໃສ່ການໃຫ້ປະຊາຊົນໄດ້ຮັບການສັກຢາປ້ອງກັນ, ພວກເຮົາເຫັນວ່າປະຊາຊົນຫັນມາໃຊ້ສື່ສັງຄົມຫຼາຍກວ່າເກົ່າເພື່ອຕິດຕໍ່ ພົວພັນແລະແລກປ່ຽນຂໍ້ມູນກັບຄອບຄົວພ້ອມດ້ວຍໝູ່ເພື່ອນໃນເວລານີ້. ມັນເປັນສິ່ງສຳຄັນຍິ່ງກວ່າສີ່ງອື່ນໃດເພື່ອຮັກສາຕົວເອງໃຫ້ປອດໄພ ແລະຕິດຕາມຂ່າວສານຢູ່ຕະຫຼອດເວລາ.

Facebook ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນວ່າປະຊາຊົນໃນລາວຈະໄດ້ຮັບຂໍ້ມູນທີ່ໄດ້ຖືກແກ້ໄຂແລະຖືກຕ້ອງ. ພວກເຮົາໄດ້ເຊື່ອມຕໍ່ຫລາຍກວ່າ2ພັນລ້ານຄົນໃນທົ່ວໂລກໃຫ້ໄດ້ຮັບແຫຼ່ງຂໍ້ມູນຕ່າງໆຈາກເຈົ້າໜ້າທີ່ ສາທາລະນະສຸກຜ່ານສູນຂໍ້ມູນຂ່າວສານ COVID-19 ຂອງພວກເຮົາພ້ອມທັ້ງການໂຄສະນາເຜີຍແຜ່ ຜ່ານFacebookແລະInstagramໂດຍມີຫລາຍກວ່າ 600 ລ້ານຄົນເຂົ້າມາເບິ່ງເພື່ອຮຽນຮູ້ເພີ່ມເຕີມ. ໃນປະເທດລາວ, ພວກເຮົາຊ່ວຍເຊື່ອມຕໍ່ຜູ້ຄົນກັບສູນຂໍ້ມູນຂ່າວສານ ແລະ ການສຶກສາເພື່ອສຸຂະພາບ (CIEH) ຂອງກະຊວງສາທາລະນະສຸກເພື່ອໃຫ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບ COVID-19 ຜ່ານສູນຂໍ້ມູນ COVID-19 ຂອງພວກເຮົາ. ພວກເຮົາຍັງສະໜັບສະໜູນຕໍ່ອົງການຈັດຕັ້ງສາທາລະນະສຸກໃນລາວດ້ານ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນລາວ.

ໃນທົ່ວໂລກFacebookໄດ້ໃຊ້ມາດຕະການຕໍ່ຕ້ານເພື່ອກຳຈັດຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ,ທີ່ເປັນອັນຕະລາຍກ່ຽວກັບ COVID-19 ແລະ ວັກຊີນ. ໃນລະຫວ່າງການແຜ່ລະບາດ Facebook ໄດ້ເອົາຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບ COVID-19ອອກໄປຫຼາຍກວ່າ 12ລ້ານ ຂໍ້ມູນພ້ອມທັງວັກຊີນທີ່ຖືກຮອງຮັບ. ພວກເຂົາຍັງ ໄດ້ໃສ່ປ້າຍເຕືອນບອກໃຫ້ຮູ້ວ່ານີ້ມັນບໍ່ຖືກຕ້ອງຫຼາຍກວ່າ 167ລ້ານ ຂໍ້ຄວາມໂດຍຜູ້ກວດສອບຂໍ້ເທັດຈິງ. ປະມານ95%ຂອງປະຊາຊົນເມື່ອໄດ້ເຫັນປ້າຍແຈ້ງເຕືອນພວກເຂົາຈະບໍ່ໄປເບິ່ງເນື້ອຫາຂອງຕົ້ນສະບັບ.

ປະຈຸບັນນີ້Facebookກຳລັງດຳເນີນແຄມເປນທີ່ໃຫຍ່ທີ່ສຸດໃນທົ່ວໂລກໃນການສົ່ງເສີມຂໍ້ມູນຂ່າວສານ ຂອງວັກຊີນປ້ອງກັນໂຄວິດທີ່ເຊື່ອຖືໄດ້ໂດຍການຊ່ວຍໃຫ້ຜູ້ຄົນຊອກຫາບ່ອນທີ່ສາມາດໄດ້ຮັບການສັກຢາ ປ້ອງກັນພະຍາດໂຄວິດ, ເອົາຂໍ້ມູນກ່ຽວກັບ COVID-19 ທີ່ບໍ່ຖືກຕ້ອງອອກ ແລະ ຂໍ້ຮຽກຮ້ອງກ່ຽວກັບ ຢາວັກຊີນໃນແພັດຟອມຂອງພວກເຮົາ, ເຊິ່ງຊ່ວຍໃຫ້ປະຊາຊົນກວດພົບ ແລະ ຫຼຸດຜ່ອນ ການເຜີຍແຜ່ ຂໍ້ມູນຂ່າວສານດ້ານສຸຂະພາບທີ່ບໍ່ຖືກຕ້ອງໃນຊຸມຊົນຂອງພວກເຂົາ.

ດ້ານລຸ່ມນີ້ແມ່ນ 6 ຄຳແນະນຳເພີ່ມເຕີມຈາກ Facebook ເພື່ອເຮັດໃຫ້ຊຸມຊົນທ້ອງຖິ່ນໃນລາວສືບຕໍ່ໃຫ້ຂໍ້ມູນ ແລະ ຕໍ່ສູ້ກັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງຂອງ COVID-19 ເພື່ອຮັກສາຄວາມປອດໄພເຊິ່ງກັນ ແລະ ກັນໃນເວລານີ້.
1. ຮັບຮູ້ເນື້ອຫາທັງຫມົດບໍ່ແມ່ນພຽງແຕ່ພາດຫົວຂ່າວ – ອ່ານເລື່ອງທັງໝົດແລະລະວັງຮູບພາບ, ຕົວເລກ, ວົງຢືມແລະວັນທີ ທີ່ບໍ່ມີແຫຼ່ງຂໍ້ມູນ, ເປັນອັນເກົ່າ ຫລື ຂາດເນື້ອໃນ.

2. ແຫລ່ງທີ່ມາທີ່ສາມາດເຊື່ອຖືໄດ້ເປັນຕົວເລືອກທີ່ປອດໄພທີ່ສຸດສຳຫລັບເຈົ້າ – ກວດເບິ່ງໜ້າເວັບໄຊທ໌ ໃນຄຳສັ່ງ “ກ່ຽວກັບ” ຂໍ້ມູນຂອງພວກເຂົາຫຼືເຮັດການຄົ້ນຫາໂດຍໄວເພື່ອຮຽນຮູ້ເພີ່ມເຕີມ. ຈັ່ງໃດກໍ່ ຕາມທ່ານຍັງສາມາດກວດເບິ່ງວ່າເຈົ້າໜ້າທີ່ສາທາລະນະສຸກຢືນຢັນຫຼືມິຂໍ້ຂັດແຍ່ງກັບຂໍ້ມູນດັ່ງກ່າວຫຼືບໍ່.
3. ແຊຣຂໍ້ເທັດຈິງບໍ່ແມ່ນຂ່າວລື – ຊອກຫາເບາະແສທີ່ຊີ້ໃຫ້ເຫັນຂໍ້ມູນທີ່ບໍ່ຖືກຕ້ອງຕົວຢ່າງ: URLທີ່ ຖືກປອມແປງ, ການສະກົດຄໍາທີ່ບໍ່ຖືກ ຫລືການຈັດວາງທີ່ບໍ່ຖືກ.


4. ເບິ່ງພາບລວມທັງຫມົດຈາກແຫລ່ງຂໍ້ມູນທີ່ຫນ້າເຊື່ອຖື – ຊອກຫາບົດລາຍງານອື່ນໆຈາກແຫຼ່ງທີ່ໜ້າເຊື່ອຖື ເພື່ອກວດສອບວ່າເລື່ອງດັ່ງກ່າວມີຂໍ້ມູນທີ່ຖືກຕ້ອງຈາກເຈົ້າໜ້າທີ່ສາທາລະນະສຸກ.

5. ຖ້າເນື້ອຫາທີ່ບໍ່ຖືກຕ້ອງໄດ້ຮັບການແບ່ງປັນໂດຍຫມູ່ເພື່ອນຫລືສະມາຊິກໃນຄອບຄົວຄວນຢຸດ ແລະຄິດກ່ອນແບ່ງປັນ – ສົ່ງຂໍ້ຄວາມສ່ວນຕົວໃຫ້ພວກເຂົາເພື່ອແຈ້ງໃຫ້ພວກເຂົາຮູ້. ແຕ່ວ່າຖ້າຫາກມັນ ໄດ້ຮັບຄວາມນິຍົມແລະສະແດງຄຳເຫັນຫຼາຍແລ້ວ, ຄວນສະແດງຂໍ້ມູນຄວາມຈິງຕໍ່ສາທາລະນະຢ່າງສຸພາບ.


6. ຢຸດແລະຄິດກ່ອນແບ່ງປັນ – ບາງເລື່ອງອາດຈະມີຂໍ້ເທັດຈິງທີ່ບໍ່ພຽງພໍ, ແຕ່ໃຊ້ພາສາທີ່ບົ່ງບອກເຖິງ ຄວາມຮູ້ສຶກທີ່ໜັກແໜ້ນເພື່ອເຮັດໃຫ້ໄດ້ຜົນຕອບຮັບທີ່ຫລາຍ. ສະນັ້ນ, ກວດເບິ່ງຄວາມຖືກ ຕ້ອງກ່ອນທີ່ທ່ານຈະແບ່ງປັນແລະ/ຫຼືມີການອ້າງອີງຈາກແຫຼ່ງຂ່າວຂອງເຈົ້າໜ້າທີ່ສາທາລະນະສຸກທີ່ໜ້າເຊື່ອຖືແລະມີອໍານາດເຊັ່ນ: ສູນຂ່າວສານການແພດສຸຂະສຶກສາ