ເຈົ້າໜ້າທີ່ປກສ ນະຄອນໄກສອນ ພົນວິຫານ ຈັບໂຕໂຈນໄດ້ທັນຄວັນ ຫຼັງກໍ່ເຫດໄດ້ບໍ່ເທົ່າໃດຊົ່ວໂມງ

592

ໃນເວລາ 07 ໂມງຂອງວັນທີ 22/5/2021 ທາງເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຊື່ນາງ ພູເງິນ ພູມສະຫວັນ ອາຍຸ 62 ປີ ອາຊີບຄ້າຂາຍ ຢູ່ບ້ານຈອມແກ້ວ ນະຄອນໄກສອນ ພົມວິຫານວ່າ: ໃນຄ່ຳຄືນຂອງວັນທີ 21 ພຶດສະພາ 2021 ໄດ້ມີຄົນຮ້າຍເຂົ້າລັກເອົາເງິນຂອງຜູ້ກ່ຽວ ທີ່ໃສ່ໄວ້ໃນກະເປົ໋າ ປະໄວ້ໃນຫ້ອງນອນ ເຊິ່ງມີເງິນບາດຈຳນວນ 570. 000 ບາດ ກັບເງິນກີບຈຳນວນ 8.445.000 ກີບ.


ດັ່ງນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງສົມທົບກັບ ປກສ ກຸ່ມບ້ານທີ 3 ບ້ານຈອມແກ້ວ ລົງກວດກາສະຖານທີ່ເກີດເຫດ ໂດຍພົບເຫັນມີດດ້າມໄມ້ຍາວປະມານ 30 ຊັງຕີແມັດ ປະຢູ່ຂ້າງປະຕູໃຫຍ່, ພົບເຫັນຂີ້ກົ່ວ 01 ກ້ອນ(ສີ່ລ່ຽມຂະໜາດ 3,5×5×7cm) ວາງຢູ່ແຈເຮືອນຂ້າງກະເປົ໋າ ແລະພົບເຫັນເກີບຄີບສີດຳ 1 ຄູ່ ວາງຢູ່ຂ້າງກຳແພງ ຈາກນັ້ນ, ກໍໄດ້ເກັບກໍາຂໍ້ມູນຫຼັກຖານ ແລະ ຄັດຈ້ອນຂຶ້ນບັນຊີເປົ້າຫມາຍ ຈຶ່ງສາມາດຮູ້ຜູ້ກໍ່ເຫດໄດ້ຄືທ້າວ ຈັນສະໝອນ ຫຼື ຫຳນ້ອຍ ອາຍຸ 25 ປີ ອາຊີບກຳມະກອນ(ຮັບແບກເຄື່ອງຂຶ້ນທ່າ) ຢູ່ບ້ານສຸນັນທາ ນະຄອນໄກສອນ ພົມວິຫານ.

ຜ່ານການສືບສວນ-ສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ: ຜູ້ກ່ຽວເປັນຄົນເຂົ້າໄປລັກເອົາເງິນຂອງນາງ ພູເງິນ ຢ່າງແທ້ຈິງ ໂດຍໃນເວລາ 9 ໂມງຂອງວັນທີ 18/5/2021 ເຊິ່ງຜູ້ກ່ຽວແມ່ນອອກຈາກເຮືອນ ລົງໄປທ່າແຄມຂອງຂຶ້ນກັບບ້ານຈອມແກ້ວ ເຊິ່ງບ່ອນທີ່ຜູ້ກ່ຽວໄປຫຼິ້ນເປັນປະຈຳຢູ່ເຮືອນຂອງທ້າວ ແຫຼ້(ອ້າຍຮັກ) ແລະ ວັນດຽວກັນຜູ້ກ່ຽວແມ່ນໄດ້ເກັບກ້ອນຂີ້ກົວໄດ້ 1 ກ້ອນ(ສີ່ລ່ຽມ) ຢູ່ແຄມຂອງ ແລະກໍ່ໄດ້ເອົາໃສ່ຖົງໂສ້ງຕິດຕົວຕະຫຼອດ. ໃນເວລາ 23ໂມງ 30 ນາທີຂອງວັນທີ 21/5/2021 ຜູ້ກ່ຽວແມ່ນໄດ້ອອກຈາກເຮືອນຂອງທ້າວ ແຫຼ້ ຍ່າງລົງໄປແຄມຂອງ ແລະໄດ້ເຫັນມີດດ້າມໄມ້ຍາວປະມານ 30 ຊັງຕີແມັດ ວາງຢູ່ຕຽງໜ້າເຮືອນ ຈຶ່ງໄດ້ຈັບເອົາມີດດັ່ງກ່າວ ເໜັບໄວ້ຢູ່ແອວ ໄດ້ຍ່າງລົງໄປທ່າແຄມຂອງ ແລະໄດ້ນັ່ງຫຼິ້ນໄພ້ກັບໝູ່ທີ່ເປັນກຳມະກອນດ້ວຍກັນ ຈົນຮອດວັນທີ 22/5/2021 ຈຶ່ງໄດ້ພາກັນເຊົາຫຼິ້ນໄພ້ ແລ້ວກັບເມືອໃຜເມືອລາວ, ສ່ວນຜູ້ກ່ຽວເອງ ແມ່ນຍ່າງກັບໄປນອນຢູ່ເຮືອນຂອງທ້າວ ແຫຼ້ ແລະໄດ້ນອນຫຼີ້ນເກມ ຈົນຮອດເວລາ 3 ໂມງເຊົ້າ ຈຶ່ງໄດ້ອອກຈາກຫ້ອງນອນ ຍ່າງເລາະຕາມບ້ານຈອມແກ້ວ ໂດຍຖືມີດ ແລະກ້ອນຂີ້ກົ່ວໄປນຳ ເພື່ອໄປເລາະຫາລັກຊັບຂອງປະຊາຊົນ.


ພໍຍ່າງໄປຮອດເຮືອນຂອງນາງ ພູເງິນ ຈຶ່ງໄດ້ສັງເກດເບິ່ງບໍລິເວນອ້ອມຂ້າງ ຈາກນັ້ນ, ຜູ້ກຽ່ວກໍ່ໄດ້ປີນຂຶ້ນກຳແພງ ແລ້ວປົດເກີບຄີບສີດຳໄວ້ຢູ່ຂ້າງກຳແພງ ແລະຍ່າງໄປປະຕູເຮືອນ ໂດຍໄດ້ໃຊ້ມີດງັດປະຕູອອກ ແລ້ວປະມີດດັ່ງກ່າວໄວ້ຂ້າງປະຕູ ຈາກນັ້ນ, ຈຶ່ງເຂົ້າໄປໃນເຮືອນຂອງນາງ ພູເງິນ ໄດ້ຊອກຫາຊັບສິນທີ່ມີຄ່າ ເມື່ອບໍ່ພົບຊັບສິນ ຜູ້ກ່ຽວຈຶ່ງລີ້ຊ້ອນຢູ່ໃນເຮືອນ ຈົນຮອດເວລາປະມານ 5 ໂມງ ຜູ້ກ່ຽວຈິ່ງເຫັນນາງ ພູເງິນ ແລະຜົວ ຍ່າງອອກມາຈາກຫ້ອງນອນ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ເຂົ້າໄປໃນຫ້ອງນອນ ຊອກຫາລັກຊັບສິນ ຈົນໄດ້ພົບເຫັນກະເປົ໋າສີດຳ(ໃສ່ກະແຈຊິບໄວ້) ປະໄວ້ຢູ່ຂ້າງຫົວຕຽງນອນ ຕົນຈິ່ງໄດ້ຈັບເອົາກະເປົ໋າດັ່ງກ່າວ ແລ້ວອອກໄປຈາກຫ້ອງນອນ ໄປລີ້ຢູ່ແຈເຮືອນບ່ອນທີ່ມີເຄື່ອງຂອງກຳບັງ ຕໍ່ຈາກນັ້ນ, ຈຶ່ງໃຊ້ມືຈີກກະເປົ໋າດັ່ງກ່າວ ເພື່ອກວດເບິ່ງເຫັນຊັບສິນມີຄ່າ ແລະໄດ້ພົບຫັນເງິນເປັນຈຳນວນຫຼາຍ ໃນນີ້ ມີເງິນບາດ 6 ມັດ, ເງິນກີບ 1 ມັດ ແລະເງິນຍ່ອຍອີກຈຳນວນໜຶ່ງ ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຈົກກ້ອນຂີ້ກົ່ວ ທີ່ພົບໄປນຳນັ້ນອອກຈາກຖົງໂສ້ງແລ້ວຈັບເອົາເງິນຢັດໃສ່ຖົງໂສ້ງຈົນເຕັມທັງສອງເເບື້ອງ ສ່ວນເງິນອີກຈຳນວນໜຶ່ງແມ່ນເອົາເໜັບໃສ່ຫົວໂສ້ງ(ແອວ) ແລ້ວອອກຈາກເຮືອນໄປ ເຊິ່ງຜູ້ກ່ຽວເອງລືມຈັບເອົາກ້ອນຂີ້ກົ່ວ, ມີດ ແລະເກີບໄປນຳ, ເມື່ອກັບໄປເຮືອນທ້າວແຫຼ້ ຜູ້ກ່ຽວກໍ່ຖອດເອົາເງິນໃນມັດໜຶ່ງຈຳນວນ 4000 ບາດ ເຫຼືອນັ້ນແມ່ນເອົາໃສ່ກະເປົ໋າພາຍສີແດງເອົາເຊື່ອງໄວ້ໃນແກັດເຄື່ອງ ທີ່ຢູ່ຫ້ອງນອນຂອງທ້າວ ແຫຼ້ ໂດຍທີ່ບໍ່ທັນໄດ້ນັບ.

ຕົກມາຮອດເວລາ 9 ໂມງຂອງວັນດຽວກັນ ກໍ່ຖືກເຈົ້າໜ້າທີ່ນຳຕົວເຂົ້າມາສືບສວນ-ສອບສວນ ເຊິ່ງເຫັນວ່າການກະທຳຂອງທ້າວ ຈັນສະໝອນ ຫຼື ຫຳນ້ອຍ ເປັນການລະເມີດຕໍ່ມາດຕາ 231 ຂອງປະມວນກົດໜາຍອາຍາ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2017. ສຳລັບເງິນທີ່ຜູ້ກ່ຽວໄປລັກເອົາຢູ່ເຮືອນຂອງນາງ ພູເງິນ ທາງເຈົ້າຫນ້າທີ່ ໄດ້ເກັບກູ້ຄືນມາໄດ້ຕົວຈິງຈຳນວນ 510.000 ບາດ ກັບເງິນກີບ 8.445.000 ກີບ ແລະ ໄດ້ສົ່ງມອບເງິນຄືນໃຫ້ແກ່ຜູ້ເສຍຫາຍ ນາງ ພູເງິນ ພູມສະຫວັນ.
ສ່ວນທ້າວ ຈັນສະໝອນ ຜູ້ກະທຳຜິດ ທາງເຈົ້າໜ້າທີ່ ຈະໄດ້ປະກອບສຳນວນຄະດີໃຫ້ຮອບດ້ານ, ພາວະວິໄສ ເພື່ອສະຫຼຸບສົ່ງໃຫ້ອົງການໄອຍະການ ສັ່ງຟ້ອງໃຫ້ສານຕັດສິນລົງໂທດຕາມກົດໜາຍ.