ເມສຊີ ນັກເຕະທີ່ກວາດລາຍໄດ້ຫຼາຍທີ່ສຸດໃນໂລກໃນໄລຍະ 1 ປີທີ່ຜ່ານມາ

605

ລິໂອເນລ ເມສຊີ ກອງໜ້າຂອງ ບາເຊໂລນາ ສະໂມສອນໃນລາລີກາ ແອັດສະປາຍ ກາຍເປັນນັກເຕະທີ່ມີລາຍຮັບໂດຍລວມຫຼາຍທີ່ສຸດໃນໄລຍະ 1 ປີທີ່ຜ່ານມາ ຈາກການກວາດເງິນໄປ 126 ລ້ານໂດລາ ຕາມການຈັດອັນດັບຂອງ ສະປໍຕິໂກ ສື່ດ້ານທຸລະກິດໃນວົງການກີລາ.

ຈໍານວນ 126 ລ້ານໂດລາຂອງ ເມສຊີ ແບ່ງເປັນດ້ານຄ່າເມື່ອຍກັບເງິນລາງວັນຕ່າງໆຈໍານວນ 91 ລ້ານໂດລາ, ສ່ວນ 35 ລ້ານໂດລາ ແມ່ນໄດ້ມາຈາກຜູ້ສະໜັບສະໜູນຂອງບໍລິສັດຕ່າງໆ.
ສ່ວນອັນດັບ 2 ເປັນຂອງ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ຫຼັງຈາກທີ່ກວາດເງິນໄປທັງໝົດລວມ 120 ລ້ານໂດລາປະກອບດ້ວຍຄ່າເມື່ອຍກັບເງິນລາງວັນ 70 ລ້ານໂດລາ ແລະ 50 ລ້ານໂດລາໄດ້ຈາກຜູ້ສະໜັບສະໜູນ.

ສໍາລັບ ນັກກີລາທີ່ບໍ່ນັບສະເພາະບານເຕະທີ່ມີລາຍຮັບຫຼາຍທີ່ສຸດໃນ 1 ປີທີ່ຜ່ານມາເປັນ ຄໍເນີ ແມັກເກຣເກີ ນັກກີລາຕໍ່ສູ້ແບບປະສົມປະສານຈາກວົງການ UFC ທີ່ກວດເງິນໄປທັງໝົດ 208 ລ້ານໂດລາ ເບິ່ງເປັນໄດ້ຈາກເງິນລາງວັນ 28 ລ້ານໂດລາ ແລະ 180 ລ້ານໂດລາແມ່ນໄດ້ມາຈາກການຂາຍຫຸ້ນກັບສັນຍາຈາກຜູ້ສະໜັບສະໜູນຕ່າງໆ.