ອົງການຊ່ວຍເຫລືອເດັກສາກົນ ມອບອຸປະກອນໃຫ້ໂຮງຫມໍພາກສະຫນາມແຂວງຫລວງພະບາງ

380

ອົງການຊ່ວຍເຫລືອເດັກສາກົນ ມອບອຸປະກອນໃຫ້ໂຮງຫມໍ ພາກສະຫນາມແຂວງຫລວງພະບາງ ໃນວັນທີ 31 ພຶດສະພາ 2021 ນີ້ ເພື່ອເປັນການກະກຽມຮອງຮັບເອົາບັນດາກໍລະນີກຸ່ມສ່ຽງເຂົ້າມາຢູ່ສູນກັກກັນຂອງແຕ່ລະຈຸດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂອງແຂວງຫຼວງພະບາງ.


ອຸປະກອນທີ່ນໍາມາມອບໃຫ້ໂຮງຫມໍພາກສະຫນາມໃນຄັ້ງນີ້ປະກອບມີ ຊຸດຖູພື້ນ ພ້ອມຖັງປັ່ນ 20 ຊຸດ, ຟອຍກວາດຟື້ນກ້ານຢາງ 20 ກ້ານ, ຟອຍໄມ້ກວາດກ້ານພ້າວ 20 ກ້ານ, ນໍ້າຢາຖູພື້ນເຮືອນຂະຫນາດ 500 ມລ 20 ກ້ອງ, ນໍ້າຢາລ້າງຫ້ອງນໍ້າ 900 ມລ 20 ກ້ອງ, ຖັງຂີ້ເຫຍື້ອແບບມີຜາປິດຂະຫນາດ 22,8×26 ຊມ 20 ອັນ, ຜ້າເຊື່ອຟອງນໍ້າສໍາເລັດຮູບຂະຫນາດ 3 ຟຸດ 35 ຜື່ນ, ຜ້າປູເຊື່ອນອນມີຢາງຫຸ້ມຂອບເຊື່ອຂະຫນາດ 3 ຟຸດ 35 ຜືນ, ສາດພັບຂະຫນາດ 1,8×2 ແມັດ 35 ຜື່ນ, ມຸ້ງທໍາມະດາ ສໍາລັບນອນ 1 ຄົນ 35 ດາງ, ຫມອນນອນສໍາລັບຜູ້ໃຫຍ່ 35 ຫນ່ວຍ.

ນອກນັ້ນຍັງມີຕຽງພັບ 35 ຫນ່ວຍ, ຜ້າກັ້ງພັບ 35 ຜືນ, ກະຕິກຕົ້ມນໍ້າຮ້ອນໄຟຟ້າ 10 ອັນ, ຈອກແກ້ວກິນນໍ້າຂະຫນາດສັ້ນ 35 ແພັກ, ພາຖາດຢາງໃສອາຫານ 35 ພາ, ບ່ວງສັ້ນເປັນກັບ 20 ຊຸດ, ໄມ້ທູ່ເປັນແພັກ 20 ແພັກ, ແພເຊັດມືທໍາມະດາ 35 ຜືນ, ແພເຊັດຫນ້າໄທ 35 ຜືນ, ເຈວລ້າງມື 280 ກ້ອງ, ຜ້າອັດປາກດັງ 140 ກັບ, ເຫລົ້າ 75% 140 ກ້ອງ ລວມມູນຄ່າທັງຫມົດ ໃນມູນຄ່າ 95 ລ້ານກວ່າກີບ.

ໂດຍການມອບຂອງທ່ານ ດຣ ນາງ ອໍາມາລິນ ວົງສິດທິ ຜູ້ອໍານວຍການວຽກງານສາທາລະນະສຸກອົງການຊ່ວຍເຫລືອເດັກສາກົນ ປະຈໍາແຂວງຫລວງພະບາງ; ກ່າວຮັບຂອງ ທ່ານ ດຣ ຄໍາສອນ ພົງສະຫວັດດີ ຫົວຫນ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ 19 ຂອງແຂວງ