ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີຕື່ມອີກ 4 ຄົນ

262

ວັນທີ 29ພຶດສະພາ 2021 ທີ່ສູນປິ່ນປົວຄົນຕິດພະຍາດໂຄວິດ-19 ຂອງແຂວງສະຫວັນນະເຂດ (ວິທະຍາໄລວິທະຍາສາດສຸຂະພາບຂອງແຂວງ) ໄດ້ມີພິທີສົ່ງຜູ້ປ່ວຍພະຍາດໂຄວິດ-19 ທີ່ໄດ້ຮັບການປິ່ນປົວດີແລ້ວ ໃຫ້ກັບໄປກັກຕົວຕື່ມອີກ 14 ວັນທີ່ບ້ານເຮືອນຂອງຕົນເອງ ເພື່ອຕິດຕາມອາການຕໍ່.

ເຂົ້າຮ່ວມໂດຍທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມດ້ວຍຕົວແທນຈາກວິທະຍາໄລວິທະຍາສາດສຸຂະພາບ ແລະພໍ່ແມ່ຂອງຜູ້ປ່ວຍທີ່ໄດ້ຮັບການປິ່ນປົວດີ ກໍ່ໄດ້ເຂົ້າຮ່ວມ.

ທັງ 4 ຄົນທີ່ໄດ້ຮັບການປິ່ນປົວໃຫ້ຫາຍດີຈາກພະຍາດໂຄວິດ-19 ໃນງວດນີ້ 1 ຄົນແມ່ນ ເປັນປະຊາຊົນບ້ານຫ້ວຍ ແລະອີກ 1 ຄົນແມ່ນປະຊາຊົນບ້ານນາບໍ່ ຂຶ້ນກັບນະຄອນໄກສອນ ພົມວິຫານ, 1 ຄົນແມ່ນປະຊາຊົນບ້ານຫົວເມືອງ ຂຶ້ນກັບເມືອງພະລານໄຊ ແລະອີກຄົນໜຶ່ງແມ່ນປະຊາຊົນບ້ານດົງຂວາງ ຂຶ້ນກັບເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ຕາມເລກເລກຕົວຈິງ ຂອງຜູ້ໄດ້ຮັບການປິ່ນປົວໂຄວິດໃຫ້ຫາຍດີໃນຄັ້ງນີ້ແມ່ນມີ 5 ຄົນ ເຊິ່ງຜູ້ທີ 5 ນັ້ນແມ່ນເປັນເດັກອາຍຸ 9 ເດືອນ ທີ່ໄດ້ຮັບການປິ່ນປົວດີແລ້ວ ແຕ່ຍັງກັບບ້ານບໍ່ໄດ້ ເພາະວ່າພໍ່ ແລະ ແມ່ຂອງເດັກນ້ອຍ ຍັງຢູ່ໃນໄລຍະຂອງການປິ່ນປົວ(ຜົນກວດຍັງເປັນບວກ) ສະນັ້ນ ເດັກນ້ອຍຈະຍັງຢູ່ກັບພໍ່ແມ່ຂອງຕົນ ຈົນກວ່າພໍ່ແມ່ຈະໄດ້ຮັບການປິ່ນປົວດີ.