ກວາຕາຣາໂຣ ຄວ້າແຊັມສະໜາມທີ 3 ຂອງປີ ຂຶ້ນນໍາຕາຕະຄະແນນສະສົມຊີງແຊັມໂລກ

484

ຟາບິໂອ ກວາຕາຣາໂຣ ນັກແຂ່ງລົດຈັກທາງລຽບຊາວຝຣັ່ງ ຈາກທີມມອນສະເຕີ ຢາມາຮາ ເຂົ້າເສັ້ນໄຊລາຍການ ອິຕາລີ ກຣັງປຣີ ເຊິ່ງເປັນການຄວ້າແຊັມສະໜາມທີ 3 ຂອງປີ ເຮັດໃຫ້ຢຶດຜູ້ນໍາຕາຕະລາງຄະແນນລວມຊີງແຊັມໂລກ.
ລາຍການດັ່ງກ່າວເປັນການແຂ່ງຂັນສະໜາມທີ 6 ຂອງປີທີ່ ອໍໂຕໂມໂຕໂດຣມ ອິນເຕີນາຊິນາເລ ເດລ ມູເຈລໂລ ປະເທດອິຕາລີ ໄລຍະທາງ 5,245 ກິໂລແມັດ ແຂ່ງຂັນກັນເຖິງ 23 ຮອບ ໃນວັນທີ 30 ພຶດສະພາ ເປັນການຊີງໄຊຮອບຊີງຊະນະເລີດ.

ປາກົດວ່າ: ກວາຕາຣາໂຣ ເຂົ້າເສັ້ນໄຊເປັນຄົນທໍາອິດຄວ້າແຊັມສະໜາມທີ 3 ຂອງປີ 2021, ສ່ວນອັນດບ 2 ມິເກລ ໂອລິເວຍຣາ ຈາກທີມເຄທີເອັມ ແລະ ອັນດັບ 3 ໂຢຮັນ ເມຍ ຈາກທີມຊູຊູກິ.

ເຮັດໃຫ້ຕາຕະລາງຄະແນນລວມອັນດັບ 1 ເປັນຂອງ ກວາຕາຣາໂຣ ມີ 105 ຄະແນນ, ອັນດັບ 2 ໂຢຮັນ ຊາໂກ ຈາກທີມພຣາແມັກ ເຣຊຊິງມີ 81 ຄະແນນ ແລະ ອັນດັບ 3 ຟຣານເຊສໂກ ບັນຢາຢາ ຈາກທີມເລໂນໂວ ຄູຄາຕິ 79 ຄະແນນ.