ອັງເດຣ ນັກກິລາອາເມຣິກາ-ລາວ ເສຍໃຫ້ກັບນັກສູ້ຊາວແມັກຊິກ ໄຟທ໌ລະດັບໂລກ ເຊົ້າມື້ນີ້

670

ມື້ນີ້ວັນທີ 29 ພຶດສະພາ 2021 ເວລາ ປະມານ 12 ໂມງ ຕາມເວລາໃນບ້ານເຮົາ ອັງເດຣ ສຸຄຳທັດ (Andre Soukhamthath) ນັກກີລາຕໍ່ສູ້ແບບປະສົມປະສານ ໃນວົງການ UFC ສັນຊາດອາເມຣິກາເຊື້ອສາຍລາວອາຍຸ 32 ປີ ດວນກັບ ໂຈເຊ່ ອາວແບໂຕ້ ກຸຍໂນເນັຊ ນັກມວຍຊາວແມັກຊິໂກ ໄວ 30 ປີ ທີ່ສັງວຽນ XFC (Xtreme Fighting Championships) ລາຍການມວຍຄົບເຄື່ອງລະດັບໂລກ

ຜ່ານການແຂ່ງຂັນປາກົດວ່າ ອັງເດຣ ສຸດຄໍາທັດ ເສຍປຽບຮູບຮ່າງເລັກໜ້ອຍ ແລະ ຄູ່ແຂ່ງມີຄວາມແຮງ ລວມເຖິງເທັກນິກໂດດເດັ່ນກວ່າ ສາມາດກົດ ອັງເດຣ ລົງພື້ນຫຼາຍໆຄັ້ງ ກ່ອນຄົບ 3 ຍົກກໍາມະການຍົກມືໃຫ້ ນັກມວຍຊາວແມັກຊິກ ເອົາຊະນະຄະແນນໄປ. (ຄລິບ)

ສໍາລັບ ສະຖິຕິການຊົກຂອງ ອັງເດຣ ສຸຄຳທັດ 22 ຄັ້ງກ່ອນໜ້ານີ້ ລວມທຸກລາຍການ ຊະນະ 14 ເສຍ 8 ແລະ ນັອກຄູ່ຕໍ່ສູ້ 8 ຄັ້ງ, ຊະນະໂດຍຄູ່ແຂ່ງຍອມຈຳນົນ 3 ຄັ້ງ, ຊະນະດ້ວຍຄະແນນ 3 ຄັ້ງ ແລະ ເສຍ 9 ຄັ້ງ (ເສຍໃໝ່ 1 ຄັ້ງ ) ດ້ວຍການເສຍຄະແນນ ບໍ່ເຄີຍຖືກນັອກ.

ນອກນັ້ນ, ອັງເດຣ ສຸຄຳທັດ ເຄີຍເປັນແຊ້ມ CES MMA Bantamweight Championship. ສ່ວນສະຖິຕິການຊົກຂອງ ໂຈເຊ່ ອາວແບໂຕ້ ກຸຍໂນເນັຊ 13 ຄັ້ງ ຊະນະ 8 ເສຍ 5 ນັອກຄູ່ຕໍ່ສູ້ 2 ຄັ້ງ.

 

ຂອບໃຈຮູບຈາກ: mktgsportsageny