ເມສຊີ ກຽມຕໍ່ສັນຍາກັບ ບາເຊໂລນາ 2 ປີຄາດເປີດຕົວກັບ ອະເກວໂຣ ຫຼັງສໍາເລັດພາລະກິດກັບທີມຊາດ

438

ລິໂອເນລ ເມສຊີ ກອງໜ້າຊາວອາກຊັງຕິນ ບັນລຸຂໍ້ຕົກລົງຢູ່ກັບ ບາເຊໂລນາ ຕໍ່ອີກ 2 ປີຕາມການລາຍງານຂອງ ເອລ ຄອນເດັນຊຽລ ເວັບໄຊທ໌ຂ່າວທີ່ມີຄວາມເຊື່ອຖືສູງໃນແອັດສະປາຍ ທີ່ໄດ້ຮັບການຢືນຢັນຈາກ ຮໍເກ ພໍ່ ແລະ ຜູ້ຈັດການສ່ວນຕົວຂອງ ເມສຊີ.

ລາຍງານລະບຸວ່າ: ຄ່າເມື່ອຍຂອງ ເມສຊີ ນັກເຕະອາຍຸ 33 ປີຍັງບໍ່ມີບົດສະຫຼຸບທີ່ຊັດເຈນ ເນື່ອງຈາກການແກ້ໄຂບັນຫາການເງິນຂອງ ບາເຊໂລນາ ຍັງຕ້ອງໃຊ້ເວລາຢູ່ ຫຼັງຈາກທີ່ ລາປໍຕາ ຊະນະການເລືອກຕັ້ງເປັນປະທານສະໂມສອນ ບາເຊໂລນາ ເມື່ອເດືອນມີນາ ທີ່ຜ່ານມາ.

ປັດຈຸບັນ ເມສຊີ ເດີນທາງເຂົ້າຝຶກຊ້ອມກັບທີມຊາດອາກຊັງຕິນ ເປັນທີ່ຮຽບຮ້ອຍໃນອາທິດ ທີ່ຜ່ານມາ ດ້ວຍຍົນເຈັດສ່ວນຕົວ ເພື່ອກຽມລົງແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນອາເມຣິກາ ພົບກັບ ທີມຊາດຊິເລ ໃນວັນທີ 3 ມິຖຸນາ ແລະ ພົບ ໂຄລົມບີ ໃນວັນທີ 8 ມິຖຸນາ 2021.

ຫຼັງຈາກນັ້ນ, ເມສຊີ ຈະເຂົ້າຮ່ວມການແຂ່ງຂັນ ໂຄປາ ອາເມຣິກາ 2021 ເຊິ່ງຫຼັງຈາກສໍາເລັດພາລະກິດ ຄາດວ່າ ເມສຊີ ຈະກັບມາເປີດຕົວທີມກັບ ເຊີຈິໂອ ອະເກວໂຣ ກອງໜ້າເພື່ອນຮ່ວມທີມຊາດອາກຊັງຕິນ ທີ່ຍ້າຍຈາກ ແມນເຊັສເຕີ ຊິຕີ້ ມາຢູ່ກັບ ບາເຊໂລນາ.