ທ່ານ ວົງສະຫວັນ ເທບພະຈັນ ໄດ້ຮັບເລືອກເປັນປະທານສະພາປະຊາຊົນ ແຂວງຫຼວງພະບາງ ຊຸດທີ II

960

ໃນວັນທີ 27 ພຶດສະພາ 2021 ນີ້ ສະພາປະຊາຊົນ ແຂວງຫຼວງພະບາງ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງ ປະທານ, ຄະນະປະຈຳ, ຄະນະກຳມະການ, ເລຂາທິການ ສະພາປະຊາຊົນ ແຂວງຫຼວງພະບາງ ຊຸດທີ I ແລະ ຊຸດທີ II ຂຶ້ນ ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ມີ ປະທານ, ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ອົງການຈັດຕັ້ງພັກ-ລັດແຂວງ ຈຳນວນໜຶ່ງເຂົ້າຮ່ວມ.


ໃນພິທີ ທ່ານ ສາຍສະໜອນ ຄົມທະວົງ ປະທານຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ I ໄດ້ຂຶ້ນຜ່ານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 5 ປີຜ່ານມາ (2016-2020) ເຊິ່ງທ່ານໄດ້ຍົກໃຫ້ເຫັັນບາງດ້ານ.


ຈາກນັ້ນ ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງ ຊຸດທີ I ກໍໄດ້ມອບໜ້າທີ່ໃຫ້ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ຊຸດທີ II ປະຕິບັດໜ້າທີສືບຕໍ່ນໍາພາປະຊາຊົນປົກປັກຮັກສາ ແລະສ້າງສາພັດທະນາ ແຂວງຫຼວງພະບາງ ໃຫ້ຈະເລີນກ້າວໜ້າສືບຕໍ່ໄປ. ພ້ອມທັງລົງນາມໃນບົດບັນທຶກມອບ-ຮັບໜ້າທີຢ່າງເປັນທາງການ, ໂດຍຊ່ອງໜ້າ ປະທານ ແລະແຂກຖືກເຊີນທີ່ເຂົ້າຮ່ວມເປັນສັກຂີພິຍານ. ຈາກນັ້ນ ພິທີຍັງໄດ້ ມອບ-ຮັບ ໜ້າທີ ຮອງປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການເສດຖະກິດ, ແຜນການ ແລະການເງິນ ຜູ້ເກົ່າ ແລະຜູ້ໃໝ່ ຕື່ມອີກ.


ຕອນທ້າຍ ທ່ານ ຄໍາຂັນ ຈັນທະວີສຸກ ຍັງໄດ້ມີຄໍາເຫັນໂອລົມ ກ່າວຍ້ອງຍໍຊົມເຊີຍຄະນະສະພາປະຊາຊົນແຂວງ ຊຸດທີ I ທີ່ໄດ້ມີຜົນງານທີ່ພົ້ນເດັ່ນຫລາຍດ້ານ, ພ້ອມທັງເນັ້ນໜັກໃຫ້ຄະນະສະພາປະຊາຊົນແຂວງຊຸດທີ II ສືບຕໍ່ຈັດຕັ້ງປຕິບັດວຽກງານສະພາປະຊາຊົນ ໃຫ້ບັນລຸຕາມແຜນວ່າງໄວ້ ຕາມສິດພາລະບົດບາດຂອງສະພາ, ຕິດຕາມຊຸກຍູ້ວຽກງານພະແນກການອ້ອມຂ້າງແຂວງໃຫ້ສອດຄ້ອງຕາມສະພາບຄວາມເປັນຈິງ ຂອງແຂວງຫຼວງພະບາງ ຕາມນິຕິກໍາ, ກົດລະບຽບ, ກົດໝາຍຂອງສະພາແຫ່ງຊາດວາງອອກ.

ພາບ-ຂ່າວ: ດາວອນ ມະນີວັນ