ຕຳຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ

319

ວັນທີ 27 ພຶດສະພາ 2021  ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢວນນານ ສປຈີນ ນໍາເອົາເຄື່ອງຊ່ວຍເຫຼືອເປັນເຄື່ອງອຸປະກອນການແພດ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດ ໂຄວິດ-19.ພິທີມອບ-ຮັບໄດ້ຈັດຢູ່ທີ່ ສູນປະສານງານລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ເຄື່ອງທີ່ນໍາມາມອບຊ່ວຍເຫຼືອໃນຄັ້ງນີ້, ປະກອບມີ ອຸປະກອນການແພດຄື: ຢາປ້ອງກັນໂຄວິດ-19 ຈໍານວນ 300 ກັບ, ຜ້າອັດປາກ-ອັດດັງKN95 ຈໍານວນ 500 ຜ້າອັດປາກ-ດັງ (ຊະນິດ 3 ຊັ້ນ) ຈໍານວນ 3.000 ອັນ, ເຈວລ້າງມື ຈໍານວນ 20 ກົ້ງ, ນໍ້າຢາຂ້າເຊື້ອ ຈໍານວນ 40 ຖັງ, ບັ້ງສີດຢາຂ້າເຊື້ອ ຈໍານວນ 08 ອັນ, ເຫຼົ້າ 75 ຈໍານວນ 35 ລິດ, ເຄື່ອງວັດແທກອຸນຫະພູນ ຈໍານວນ 07 ເຄື່ອງ, ຖົງມືຢາງ ຈໍານວນ 15 ກັບ, ແວນຕາປອງກັນຈໍານວນ 30 ອັນ ແລະ ຊຸດປ້ອງກັນພະຍາດຈໍານວນ 30 ຊຸດ ຄິດເປັນມູນຄ່າຈຳນວນທັງໝົດ 15.639 ຢວນ ຫຼື 23 ລ້ານກ່ວາກີບ.

ຈາກນັ້ນຍັງໄດ້ເຊັ່ນບົດບັນທຶກຮ່ວມຂອງສອງຝ່າຍ, ເປັນກຽດກ່າວມອບໂດຍສະຫາຍ ພົນຕີ ຢວນຢ່າພິງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢວນນານ ສປຈີນ ແລະ ກຽດກ່າວຮັບຂອງສະຫາຍ ພັນໂທ ໂສວັນ ພັນທັນນີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມທັງກ່າວສະແດງຄວາມຂອບໃຈນໍາ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາວັດຖຸອຸປະກອນການແພດ ມາມອບໃຫ້ ກອງບັນຊາການທະຫານແຂວງບໍ່ແກ້ວ ໃນຄັ້ງນີ້.

ພ້ອມດຽວກັນນັ້ນສະຫາຍ ພົນຕີ ຢວນຢ່າພິງ ຍັງໄດ້ມອບອຸປະກອນການແພດໃຫ້ ກອງບັນຊາການປ້ອງກຫັນຄວາມສະຫງົບແຂວງ ແລະ ກອງບັນຊາການທະຫານເມືອງຕົ້ນເຜິ້ງ ຢ່າງສົມກຽດ.


ໂດຍ: ວໍລະສິດ ພິດສະຫາຍ.