ເຈົ້າໜ້າທີ່ ອຸດົມໄຊ ກັກຕົວ 2 ຜົວ-ເມຍ ຂົນຢາເສບຕິດ ເປັນລົດ ພ້ອມຂອງກາງພຽບ

4578

ໃນວັນທີ 26 ພຶດສະພາ 2021 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ທັບມ້າງຄະດີຢາເສບຕິດລາຍໃຫຍ່ ໂດຍສາມາດກັກຕົວຜູ້ຖືກຫາ 1 ຄົນ ຊື່ທ້າວ ສົມລີ ເລົາ ຫຼື ຕົວ ອາຍຸ 39 ປີ ສັນຊາດລາວ ປະຈຸບັນຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ແລະ ເມຍຊື່ນາງ ໄກຊົງ ອາຍຸ 32 ປີ ສັນຊາດລາວ ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ, ຄ້າຂາຍວັດຖຸເຄມີ ເພື່ອຜະລິດຢາເສບຕິດ ແລະ ມີອາວຸດໄວ້ໃນຄອບຄອງ.

ເຄື່ອງຂອງກາງທີ່ຢຶດໄດ້ມີ: 1: ຢາບ້າ 549 ມັດ ເທົ່າກັບ 1.098.000 ເມັດ ນໍ້າໜັກ 130,5 ກິໂລກຣາມ; 2: ແປ້ງຝຸ່ນສີຂາວ 48 ເປົາ ນໍ້າໜັກ 1.200 ກິໂລກຣາມ; 3 ປືນສັ້ນ 9ມມ 1 ກະບອກ ພ້ອມລູກປືນ 25 ລູກ; 4: ໝື້ໝາກຟ້າ 5 ຫຼອດ ນໍ້າໜັກ 1 ກິໂລກຣາມ; 5: ເງິນບາດໄທ 1.339.000 ບາດ; 6: ເງິນກີບ 90.000.000 ກີບ.


ພ້ອມທັງຢືດຂອງການເປັນສາຍແຂນສີເຫຼືອງຄ້າຍຄືຄຳ 1 ເສັ້ນ ນໍ້າໜັກ 149,4 ກຣາມ, ແຫວນມືສີເຫຼືອງຄ້າຍຄືຄຳ 1 ວົງ ນໍ້າໜັກ 29,6 ກຣາມ, ໃບຕາດິນຂອບທອງ 4 ໃບ; ປຶ້ມບັນຊີເງິນຝາກ 4 ຫົວ; ໂທລະສັບຫົວເຫວີຍ 1 ໜ່ວຍ; ລົດກະບະຣີໂວສີຂາວ ປ້າຍທະບຽນ ຣຫ 5689 ກຳແພງນະຄອນ 1 ຄັນ; ລົດປຣາໂດສີຂາວມຸກ ປ້າຍທະບຽນ ວຣ 6789 ກຳແພງນະຄອນ 1 ຄັນ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ພ້ອມຢຶດຂອງກາງໄວ້ເປັນຫຼັກຖານ ເພື່ອດຳເນີນຄະດີຕໍ່ໄປ.