6 ທ່າອອກກຳລັງກາຍ ເສີມສ້າງ “ ປອດ ” ແຂງແຮງ

952

ປັດຈຸບັນສະຖານະການການລະບາດຂອງພະຍາດໂຄວິດ – 19 ໃນຫຼາຍປະເທດ ເລີ່ມມີຄວາມຮຸນແຮງກວ່າທີ່ຜ່ານມາ ມັນໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດແຕ່ລະມື້ເປັນຈຳນວນຫຼາຍ ເຊິ່ງກຸ່ມສ່ຽງໄດ້ແກ່: ຜູ້ອາຍຸສູງ, ຜູ້ທີ່ມີພະຍາດປະຈຳຕົວກ່ຽວກັບປອດ ເຊັ່ນພະຍາດປອດ, ຫອບຫືດ ລວມທັງຜູ້ເປັນພະຍາດບໍ່ຕິດຕໍ່ຊ້ຳເຮື້ອ ເຊັ່ນ: ພະຍາດເບົາຫວານ, ພະຍາດຄວາມດັນເລືອດສູງ, ພະຍາດຫົວໃຈ, ພະຍາດຕຸ້ຍ ຍັງຄົງເປັນກຸ່ມສ່ຽງລຳດັບຕົ້ນໆທີ່ຕ້ອງເຝົ້າລະວັງຢ່າງໃກ້ຊິດ ເນື່ອງຈາກກຸ່ມນີ້ປອດເຮັດວຽກໄດ້ໜ້ອຍລົງ ຈາກທັງຄວາມແຂງແຮງຂອງກ້າມຊີ້ນ, ຊີກໂຄງ ແລະ ກະບັງລົມທີ່ຫຼຸດລົງ ລວມທັງກຸ່ມໄວເຮັດວຽກເຖິງແມ່ນວ່າຈະມີສະພາບຮ່າງກາຍແຂງແຮງກວ່າກຸ່ມສ່ຽງດັ່ງກ່າວ ແຕ່ການເບິ່ງແຍງສຸຂະພາບ ແລະ ປັດໄຈດ້ານຕ່າງໆກໍມີຄວາມຈຳເປັນ.

May be an image of one or more people

ດັ່ງນັ້ນ, ການບໍລິຫານປອດເປັນສິ່ງສຳຄັນທີ່ສາມາດຊ່ວຍບັນເທົາຄວາມຮຸນແຮງ ແລະ ຍັງຊ່ວຍໃນການຟື້ນຟູສະມັດຖະພາບປອດຂອງຄົນເຈັບ ເຊິ່ງທຸກຄົນສາມາດເຮັດດ້ວຍຕົນເອງໄດ້ຢູ່ເຮືອນ.

ຫຼັກການເສີມສ້າງສະມັດຖະພາບປອດ ເຮັດໄດ້ດ້ວຍການຝຶກການຂະຫຍາຍຕົວຂອງປອດ ຢືດຢຽດກ້າມຊີ້ນຊ່ວງເອິກ ແລະ ກ້າມຊີ້ນກະບັງລົມ, ນອກຈາກນີ້ການວິໄຈຈາກສະຖາບັນວິໄຈແຫ່ງຊາດ Kaiser Permanen te Medical Center ປະເທດສະຫະລັດອາເມຣິກາ ພົບວ່າຜູ້ຕິດເຊື້ອໂຄວິດ – 19 ທີ່ມີກິດຈະກຳທາງກາຍຢ່າງພຽງພໍສະໝ່ຳສະເໝີຢ່າງໜ້ອຍ 150 ນາທີຕໍ່ອາທິດ ມີຄວາມສ່ຽງການນອນໂຮງໝໍໜ້ອຍກວ່າເຖິງ 2,26 ເທົ່າ ແລະ ມີຄວາມສ່ຽງການເສຍຊີວິດຈາກພະຍາດໂຄວິດ – 19 ໜ້ອຍກວ່າເຖິງ 2,49 ເທົ່າ ເມື່ອທຽບກັບຜູ້ມີກິດຈະກຳທາງກາຍບໍ່ພຽງພໍ ເຖິງແມ່ນວ່າຈະມີກິດຈະກຳທາງກາຍບໍ່ຮອດລະດັບຕາມຄຳແນະນຳ ແຕ່ຍັງມີຢ່າງສະໝ່ຳສະເໝີ ກໍມີຄວາມສ່ຽງການນອນໂຮງໝໍ ແລະ ມີ ຄວາມສ່ຽງການເສຍຊີວິດໜ້ອຍກວ່າຜູ້ທີ່ບໍ່ມີກິດຈະກຳທາງກາຍເລີຍຢ່າງຊັດເຈນ.

May be an image of 1 person and text

ສຳລັບວິທີຝຶກເສີມຄວາມແຂງແຮງປອດສາມາດເຮັດໄດ້ 6 ທ່າ ດັ່ງນີ້:

ທ່າທີ 1 ທ້ອງປ່ອງ ນັ່ງໂຕຊື່ ວາງມືທັງສອງຂ້າງໄວ້ໜ້າທ້ອງ ຫາຍໃຈເຂົ້າທ້ອງປ່ອງ ແຕ່ເອິກບໍ່ຂະຫຍາຍ ຫາຍໃຈອອກທ້ອງແວບ.

ທ່າທີ 2 ເອິກນິ້ງ ນັ່ງຕົວຊື່ ວາງມືຊ້າຍບໍລິເວນໜ້າເອິກ ມືຂວາວາງບໍລິເວນກ້ອງລີ້ນປີ້ ຫາຍໃຈເຂົ້າທ້ອງປ່ອງ ແຕ່ເອິກບໍ່ຂະຫຍາຍ ຫາຍໃຈອອກທ້ອງແວບ.

ທ່າທີ 3 ຍັບຊີກໂຄງ ນັ່ງໂຕຊື່ ມືທັງສອງຂ້າງວາງບໍລິເວນຕຳແໜ່ງຊີກໂຄງດ້ານຂ້າງ ຫາຍໃຈເຂົ້າທາງດັງໃຫ້ຊີກໂຄງບານອອກ ຫາຍໃຈອອກຊ້າໆທາງປາກ ໃຫ້ຊີກໂຄງຫຸບລົງ.

ທ່າທີ 4 ຍົກມື ຢືດເອິກ ຫາຍໃຈເຂົ້າທາງດັງພ້ອມຍົກແຂນທັງສອງຂ້າງຂຶ້ນດ້ານໜ້າ ແລະ ຫາຍໃຈອອກທາງປາກຍາວໆ ພ້ອມຜ່ອນຄາຍແຂນລົງ.

May be an image of xray

ທ່າທີ 5 ກາງປີກ ຂະຫຍາຍປອດ ຍົກແຂນຂຶ້ນປະສານກັນດ້ານໜ້າ ຫາຍໃຈເຂົ້າທາງດັງ ພ້ອມກາງແຂນອອກດ້ານຂ້າງ ແລະ ຫາຍໃຈອອກທາງປາກຍາວໆ ກັບສູ່ທ່າເກົ່າ.

ທ່າທີ 6 ຢືດສະບັກ ຍັບສອກ ມືທັງສອງຂ້າງປະສານງ່ອນຫາຍໃຈເຂົ້າທາງດັງ ພ້ອມກາງຂໍ້ສອກອອກ ແລະ ຫາຍໃຈອອກທາງປາກຍາວໆ ພ້ອມກັບຫຸບສອກ ແລະ ກົ່ງລັງ.

ສຳລັບການຫາຍໃຈເຂົ້າ ແລະ ອອກແຕ່ລະຄັ້ງໃຊ້ເວລາຄັ້ງລະປະມານ 5 ວິນາທີ ເຮັດ 10 ຄັ້ງຕໍ່ຮອບ 3 – 5 ຮອບ ພັກ 30 – 60 ວິນາທີ ລະຫວ່າງຮອບ ເຊິ່ງທັງ 6 ທ່າ ຈະຊ່ວຍເພີ່ມຄວາມສາມາດໃນການຫາຍໃຈໃຫ້ມີປະສິດທິພາບຫຼາຍຂຶ້ນ ຫຼຸດອາການເມື່ອຍ ຫາຍໃຈລຳບາກ ຊ່ວຍຂັບເສມຫະ ແລະ ປ້ອງກັນການເກີດພາວະປອດແວບ.

ທີ່ມາ: www.sanook.com/health/28677/