ຜູ້ຈັດການທີມ ລີລ ລາອອກຈາກຕໍາແໜ່ງ ຫຼັງສ້າງຊື່ພາທີມຄວ້າແຊ້ມລີກສູງສຸດຂອງຝຣັ່ງ

463
joie des joueurs Lillois en fin de match Christophe Galtier - entraineur (Losc)

ຄຣິສຕອຟ ກັລຕິເຢ ປະກາດລາອອກຈາກຕໍາແໜ່ງຜູ້ຈັດການທີມຂອງ ລີລ ເມື່ອວັນທີ 25 ພຶດສະພາ 2021 ຫຼັງຈາກທີ່ຫາກໍພາທີມສ້າງຊື່ດ້ວຍການຄວ້າແຊ້ມລີກ ເອິງ ຝຣັ່ງ ໃນລະດູການນີ້ໄປກ່ອນໜ້ານັ້ນພຽງ 2 ວັນເທົ່ານັ້ນ.

ກັລຕິເຢ ພາ ລີລ ສ້າງຜົນງານຢ່າງໂດດເດັ່ນກ້າວຈາກອັນດັບ 4 ໃນລະດູການທີ່ຜ່ານມາ ຂຶ້ນມາຄວ້າແຊັມໃນລີກລະດູການນີ້ທີ່ຫາກໍຈົບໄປເມື່ອທ້າຍອາທິດ ທີ່ຜ່ານມາ ໂດຍມີຄະແນນຫຼາຍກວ່າ ປາຣີສ ແຊງແຊກແມງ ພຽງ 1 ຄະແນນ ເຊິ່ງເປັນແຊັມລີກເອິງ ສະໄໝທີ 4 ໃນປະຫວັດສາດຂອງສະໂມສອນ.

ກັລຕິເຢ ເລີ່ມເຂົ້າມາຮັບໜ້າທີ່ເປັນຜູ້ຈັດການທີມຂອງ ລີລ ຕັ້ງແຕ່ປີ 2017 ໃຫ້ສໍາພາດກັບ ເລກິ໊ບ ສື່ຊັ້ນນໍາຂອງຝຣັ່ງ ວ່າ: “ ຂ້ອຍຕັດສິນໃຈໄປແລ້ວ, ຂ້ອຍແຈ້ງເລື່ອງນີ້ໃຫ້ ໂອລິວິເຢ ເລຕ໊ອງ ປະທານສະໂມສອນໄດ້ຮັບຊາບແລ້ວ ເພາະຂ້ອຍຮູ້ສຶກວ່າຂ້ອຍໄດ້ເຮັດວຽກໃນທີ່ນີ້ໄດ້ສໍາເລັດແລ້ວ 4 ປີ, ມັນເປັນໄລຍະເວລາທີ່ດົນພໍສົມຄວນ ແລະ ເໝາະສົມແລ້ວທີ່ຂ້ອຍຈະຂໍອໍາລາ ”.