ກອຟ ເລື່ອນຂຶ້ນເປັນມື 25 ຂອງໂລກ ຫຼັງຈາກຄວ້າແຊັມ ເອມິເລຍ-ໂຣມາຢາ ໂອເພັນ

484

ໂຄໂຄ ກອຟ ນັກເທັນນິສຍິງຊາວອາເມຣິກາ ເລື່ອນຈາກນັກເທັນນິສມື 30 ຂອງໂລກ ໄປຢູ່ອັນດັບທີ 25 ຂອງໂລກ ຫຼັງຈາກທີ່ຄວ້າແຊັມການແຂ່ງຂັນເທັນນິສ ດັບເບິລຢູທີເອ ທົວ ລາຍການ ເອມິເລຍ-ໂຣມາຢາ ໂອເພັນ ທີ່ເມືອງ ປາມາ ປະເທດອິຕາລີ ເມື່ອທ້າຍອາທິດ ທີ່ຜ່ານມາ.

ລາຍການດັ່ງກ່າວ ກອຟ ສ້າງຜົນງານໄດ້ຢ່າງໂດດເດັ່ນທະລຸເຂົ້າຮອບຊີງຊະນະເລີດພົບກັບ ຫວັງ ສຽງ ມື 6 ຂອງລາຍການຈາກ ສປ ຈີນ ໄປແບບຂາດລອຍ 2 ເຊັດລວດ 6-1 ແລະ 6-3 ໃຊ້ເວລາໄປ 1 ຊົ່ວໂມງ 16 ນາທີ ຄວ້າແຊັມລາຍການທີ 2 ໃນອາຊີບນັກກີລາເທັນນິສ.