ບົດສະຫຼຸບ 5 ລີກຊັ້ນນໍາຂອງໂລກ ແມນເຊັສເຕີ ຊິຕີ້ ປີນີ້ເດັ່ນ, ສ່ວນລີລ ປາດໜ້າປາຣິສ ຄວ້າແຊັມລິກເອີງຝຣັ່ງ

649

ການແຂ່ງຂັນບານເຕະ 5 ລີກຊັ້ນນໍາຂອງໂລກ ມາຮອດປັດຈຸບັນ 24 ພຶດສະພາ 2021 ໄດ້ຂໍ້ສະຫຼຸບ ແລະ ປິດສາກລົງຢ່າງເປັນທາງການແລ້ວ ໄດ້ແກ່ ພຣີເມຍລີກ ອັງກິດ, ບຸນເດສລີກາ ເຢຍະລະມັນ, ລີກເອິງ ຝຣັ່ງ, ກັລໂຊ ເຊເຣຍອາ ອິຕາລີ ແລະ ລາລີກາ ແອັດສະປາຍ ເຊິ່ງໃນ 5 ລີກຊັ້ນນໍາ ແມນເຊັສເຕີ ຊິຕີ້ ແຊັມພຣີເມຍລີກ ອັງກິດ ມາດີສຸດ ເພາະນອກຈາກຈະໄດ້ແຊັມລີກແລ້ວຍັງມີລຸ້ນແຊັມ ຢູຟາ ແຊັມປ້ຽນລີກ ທີ່ຫຼາຍທີມຝັນຫາ ໂດຍຈະເຂົ້າຊີງກັບ ເຊລຊີ ທີມຈາກພຣີເມຍລີກ ອັງກິດ ໃນວັນທີ 29 ພຶດສະພານີ້
ຮົາໄປເບິ່ງບົດສະຫຼຸບ 5 ລີກຊັ້ນນໍາມີດັ່ງນີ້:
#ພຣີເມຍລີກ ອັງກິດ
-ແຊັມ ແມນເຊັສເຕີ ຊິຕີ້

-ສິດໄປ ຢູຟາ ແຊັມປ້ຽນລີກ ອັນດັບ 1-4 ຕາມລໍາດັບ ແມນເຊັສເຕີ ຊິຕີ້, ແມນເຊັສເຕີ ຢູໄນເຕັດ, ລິເວີພູລ ແລະ ເຊລຊີ.
-ສິດໄປ ຢູຟາ ຢູໂຣປາ ລີກ ອັນດັບ 5-6 ຕາມລໍາດັບ ເລສເຕີ ຊິຕີ້ ແລະ ເວສແຮມ ຢູໄນເຕັດ
-ສິດໄປ ຢູຟາ ຄອນເຟີເຣນ ລີກ ອັນດັບ 7 ທ໊ອດແນມ ຮ໊ອດສະເປີ
-ທີມຕົກຊັ້ນ ອັນດັບ 18-20 ຕາມລໍາດັບ ຟູແລມ, ເວສບຣອມວິຊ ແລະ ເຊຟຟິລ ຢູໄນເຕັດ
-ດາວຍິງສູງສຸດ ແຮຣີ ເຄນ ຈາກທ໊ອດແນມ ຮ໊ອດສະເປີ ຍິງໄປ 23 ປະຕູ

ບຸນເດສລີກາ ເຢຍລະມັນ
-ແຊັມ ບາເຢິນ ມິວນິກ
-ສິດໄປ ຢູຟາ ແຊັມປ້ຽນລີກ ອັນດັບ 1-4 ຕາມລໍາດັບ ບາເຢິນ ມິວນິກ, ເອແບ ໄລຊິກ, ໂບຣຸສເຊຍ ດ໊ອດມູນ ແລະ ເຟົາເອັຟແອລ ໂວຟບວກ
-ສິດໄປ ຢູຟາ ຢູໂຣປາ ລີກ ອັນດັບ 5-6 ໄອທຣັກ ແຟຣັງເຟິດ ແລະ ໄບເອີ ເລເວີຄູເຊັນ
-ສິດໄປ ຢູຟາ ຄອນເຟີເຣນ ລີກ ອັນດັລ 7 ອູນິໂອ ເບີລິນ ( ແຂ່ງຂັນຮອບເພລອ໊ອຟ )

-ທີມຕົກຊັ້ນ ອັນດັບ 16-18 ເອັຟເຊ ໂຄໂລນ ( ລຸ້ນຢູ່ຕໍ່ໃນການແຂ່ງຂັນຮອບເພລອ໊ອຟ ), ເວເດີ ແບເມນ ແລະ ຊາເກ 04.
-ດາວຍິງສູງສຸດ: ໂຣເບິດ ເລວານດອຟສະກີ ຈາກບາເຢິນ ມິວນິກ ຍິງໄປ 41 ປະຕູ

ລີກເອິງ ຝຣັ່ງ
-ແຊັມ ລີລ
-ສິດໄປ ຢູຟາ ແຊັມປ້ຽນລີກ ອັນດັບ 1-3 ລີລ, ປາຣີສ ແຊງແຊກແມງ ແລະ ອາແອສ ໂມນາໂກ
-ສິດໄປ ຢູຟາ ຢູໂຣປາ ລີກ ອັນດັບ 4-5 ໂອແລມປິກ ລີຢົງ ແລະ ໂອແລມປິກ ມາກເຊຍ

-ສິດໄປ ຢູຟາ ຄອນເຟີເຣນ ລີກ ອັນດັບ 6 ແຣນສ໌
-ທີມຕົກຊັ້ນ ອັນດັບ 18-20 ນ໊ອງ ( ຍັງລຸ້ນຢູ່ຕໍ່ໃນການເຕະຮອບເພລອ໊ອຟ ), ນິມສ໌ ແລະ ດິຢົງ
-ດາວຍິງສູງສຸດ ຄີລິຢັນ ເອັມບັບເປ ຈາກປາຣີສ ຍິງໄປ 27 ປະຕູ

#ກັລໂຊ ເຊເຣຍອາ ອິຕາລີ
-ແຊັມ ອິນເຕີ ມິລານ
-ສິດໄປ ຢູຟາ ແຊັມປ້ຽນລີກ ອັນດັບ 1-4 ອິນເຕີ ມິລານ, ເອຊີ ມິລານ, ອະຕາລັນຕາ ແລະ ຢູເວນຕຸສ
-ສິດໄປ ຢູຟາ ຢູໂຣປາ ລີກ ອັນດັບ 5-6 ນາໂປລີ ແລະ ລາຊິໂອ

-ສິດໄປ ຢູຟາ ຄອນເຟີເຣນ ລີກ ອັນດັບ 7 ອາແອສ ໂຣມາ
-ທີມຕົກຊັ້ນ ອັນດັບ 18-20 ເບເນເວນໂຕ, ໂຄຣໂຕເນ ແລະ ປາມາ
-ດາວຍິງສູງສຸດ: ຄຣິສເຕຍໂນ ໂຣນັລໂດ ຍິງໄປ 29 ປະຕູ

#ລາລີກາ ແອັດສະປາຍ
-ແຊັມ ແອັດເລຕິໂກ ມາດຣິດ
-ສິດໄປ ຢູຟາ ແຊັມປ້ຽນລີກ ອັນດັບ 1-4 ແອັດເລຕິໂກ ມາດຣິດ, ຣີລ ມາດຣິດ, ບາເຊໂລນາ ແລະ ເຊບີຢາ
-ສິດໄປ ຢູຟາ ຢູໂຣປາ ລີກ ອັນດັບ 5-6 ຣີລ ໂຊເຊຍດາດ ແລະ ຣີລ ເບຕິສ

-ສິດໄປ ຢູຟາ ຄອນເຟີເຣນ ລີກ ອັນດັບ 7 ບີຢາຣີລ
-ທີມຕົກຊັ້ນ ອັນດັບ 18-20: ເອັສກາ, ວາຢາໂດລິດ ແລະ ອິບາ
-ດາວຍິງສູງສຸດ ລິໂອເນລ ເມສຊີ ຈາກບາເຊໂລນາ ຍິງໄປທັງໝົດ 30 ປະຕູ