ເອາະຫຼາມ ກະຮອກແຫ້ງ ແລະ ວີທີເຮັດງ່າຍໆ ສຳລັບຄົນອາຫານພື້ນບ້ານປະເພດນີ້

1224

ໂຕກະຮອກ ເປັນສັດປ່າ ຊະນິດໜຶ່ງທີ່ມີລັກສະນະຄ້າຍຄືໂຕໜູ ເຊິ່ງຫຼາຍຄົນກໍ່ອາດຈະກິນ ບາງຄົນກໍ່ອາດຈະບໍ່ກິນ ອາຫານປະເພດນີ້ ແຕ່ມື້ນີ້ພວກເຮົາຈະມາຂຽນວິທີເຮັດເອາະຫຼາມ ກະຮອກ ເອົາໃຈສາຍກິນອາຫານປະເພດນີ້.


ວັດຖຸດິບທີ່ກຽມ: ກະຮອກແຫ້ງ ຕັດເປັນຕ່ອນພໍດີ, ໝາກເຂືອ, ເກືອ, ແປ້ງນົວ, ໝາກເຜັດ, ຫົວຫອມບົ່ວ 1 ຫົວ, ຫົວຜັກທຽມ 2-3 ກີບ, ຜັກຊີ, ຫອມບົ່ວໃບ, ໃບອີຕູ່ ແລະ ຜັກທີ່ຈະໃສ່ປະສົມໃນເອາະແລ້ວແຕ່ໃຈມັກ, ປາແດກ (ແລ້ວແຕ່ຄົນມັກ ບໍ່ມັກບໍ່ໃສ່ກໍ່ໄດ້ ຫຼື ຈະໃສ່ນໍ້າປາແທນກໍ່ໄດ້).


ວິທີເຮັດ: ຄ້າງໝໍ້ຂຶ້ນຕົ້ມນໍ້າກະເອົາພໍປະມານ, ເອົາເກືອ, ແປ້ງນົວໃສ່ແລ້ວປະໃຫ້ໝໍ້ຟົດເອົາ ຕ່ອນກະຮອກທີ່ຕັດເປັນຕ່ອນ ພ້ອມໝາກເຂືອທີ່ຜ່າ ແລະ ໝາກເຜັດ ລົງຕົ້ມຈົນໃຫ້ສຸກ, ຈາກນັ້ນກໍ່ຕັກເອົາໝາກເຂືອ ແລະ ໝາກເຜັດມາຕຳກັບຫົວຫອມບົ່ວ ແລະ ຫົວຫອມທຽມໃຫ້ລະອຽດ ຈາກນັ້ນກໍ່ຕັກລົງໃສ່ໝໍ້ຄືນ, ນຳຜັກທີ່ຈະປະສົມໃສ່ເອາະລົງໄປ ຕົ້ມກະວ່າຜັກສຸກ (ຫາກໃຜມັກປາແດກກໍ່ເອົາລົງເລີຍ) ທີ່ສຳຄັນ (ຫາກທ່ານໃດມັກກິນໝາກແຄ່ນກໍ່ຕຳລົງໄດ້ເລີຍ) ແລ້ວກໍ່ຊີມລົດຊາດຕາມໃນມັກ ຈາກນັ້ນກໍ່ເອົາຜັກຊີ, ໃບອີຕູ່, ຫອມບົ່ວໃບ ທີ່ຊອຍກຽມໄວ້ ມາລົງຄົນໃຫ້ກິ່ນເຂົ້າກັນ ແລະ ໃຫ້ຫອມສຸກໝາດຈາກນັ້ນກໍ່ປົງເທົ່ານີ້ກໍ່ເປັນອັນສຳເລັດ ພ້ອມຕັດໃສ່ຖ້ວຍພ້ອມເສີບ.