ເຈົ້າແຂວງຄຳມ່ວນ ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດຢູ່ເມືອງເຊບັ້ງໄຟ

822

ໃນວັນທີ 23 ພຶດສະພາ 2021 ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວຢ້ຽມຢາມພຶ້ນຖານການຜະລິດຢູ່ເມືອງເຊບັ້ງໄຟ.

ຮ່ວມເດີນທາງໄປນຳທ່ານເຈົ້າແຂວງມີບັນດາ ທ່ານ ຫົວໜ້າ ແລະ ຮອງພະແນກການກ່ຽວຂ້ອງ ເປັນຕົ້ນແມ່ນພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກແຜນການ ແລະ ການລົງທຶນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ. ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆ ເຊບັ້ງໄຟ ພ້ອມດ້ວຍຫົວໜ້າຫ້ອງການກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.


ການເຄື່ອນໄຫວຢ້ຽມຢາມເມືອງເຊບັ້ງໄຟຂອງ ທ່ານ ວັນໄຊ ພອງສະຫວັນ ແມ່ນໄດ້ເຄື່ອນໄຫວຢ້ຽມຢາມສວນປູກໝາກມ່ວງຂອງບໍລິສັດ ເຫີໜານຊັງຈິວ. ບໍລິສັດດັ່ງກ່າວໄດ້ເລີ່ມບຸກເບີກເນື້ອທີ່ໃນການເພາະປູກແຕ່ປີ 2016 ໃນເນື້ອທີ 165 ເຮັກຕາ, ປະກອບມີ 8 ສາຍພັນ, ຜົນຜະລິດສາມາດເກັບໄດ້ 600 ໂຕ່ນ/ປີ ແລະ ຢ້ຽມຢາມການສ້ອມແປງເສັ້ນທາງເຂົ້າຫາບ້ານຫາດເພັກ. ເຊິ່ງເສັ້ນທາງດັ່ງກ່າວເປັນເສັ້ນທາງດິນແດງ, ແຄມທາງເລກທີ່ 13 ໃຕ້ໄປຫາບ້ານຫາດເພັກມີຄວາມຍາວ 9 ກິໂລແມັດ, ກວ້າງ 4 ແມັດ ໂດຍແມ່ນບໍລິສັດເພັດສໍາພັນກໍ່ສ້າງຂົວທາງຈຳກັດເປັນຜູ້ຮັບເໝົາ ມູນຄ່າໃນການສ້ອມແປງ 300 ລ້ານກີບ, ປະຈຸບັນແມ່ນສຳເລັດແລ້ວ 95%. ໂອກາດນີ້ກໍ່ໄດ້ຮັບຟັງການລາຍງານສະພາບ ລວມໂດຍຫຍໍ້ຂອງບ້ານດັ່ງກ່າວຈາກອຳນາດການປົກຄອງ ເຊິ່ງບ້ານຫາດເພັກປະກອບມີ 50 ຫລັງຄາເຮືອນ, ປະຊາຊົນສ່ວນຫລາຍແມ່ນຍຶດຖືອາຊີບປູກຝັງ – ລ້ຽງສັດ.

ໃນໂອກາດທີ່ ທ່ານ ວັນໄຊ ພອງສະຫວັນ ໄດ້ເຄື່ອນໄຫວຢ້ຽມຢາມເມືອງເຊບັ້ງໄຟ ທ່ານໄດ້ກ່າວມີຄຳເຫັນ ແລະ ຮຽກຮ້ອງມາຍັງຄະນະພັກອຳນາດການປົກຄອງເມືອງເຊບັ້ງໄຟ ຄົ້ນຄວ້າຄວາມເປັນໄປໄດ້ໃນອານາຄົດຊອກຫາເນຶ້ອທີ່ດິນ ເພື່ອອຳນວຍຄວາມສະດວກໃຫ້ບໍລິສັດກໍ່ຄືນັກລົງທຶນຈາກ ສປ ຈີນ ທີ່ມີຈຸດປະສົງຢາກບຸກເບີກເນື້ອທີໃນການປູກຝັງ, ສ່ວນບໍລິສັດ ເຫີໜານຊັງຈິວ ສະເພາະໜ້າຕ້ອງໄດ້ຄົ້ນຄວ້າບັນຫາຕະຫລາດ ໃນການສົ່ງອອກໜາກໄມ້ໂດຍສົມທົບກັບພາກສ່ວນກ່ຽວຂ້ອງຕ້ອງຮັບປະກັນຄວາມຍືນຍົງ.

ສຶກສາຄວາມເປັນໄປໄດ້ຂອງເນຶ້ອທີດິນເພື່ອຮັບປະກັນໃນການເພາະປູກສາມາດນຳໃຊ້ທາງດ້ານເຕັກນິກ ແລະ ພົວພັນປະສານງານກັບບັນດາສະມາຄົມເກັບຊຶ້ໜາກໄມ້ຈາກບັນດາປະເທດໃກ້ຄຽງເປັນຕົ້ນແມ່ນສະມາຄົມຈັດຊື້ຂອງແຂວງກວາງຊີ ແລະ ຮຽກຮ້ອງມາຍັງອຳນາດການປົກຄອງເຖົ້າແກ່ແນວໂຮມ, ປະຊາຊົນບ້ານຫາດເພັກຈົ່ງໄດ້ຍົກສູງຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໜັ່ນຂະຫຍັນພຽນໃນການຜະລິດຫາລ້ຽງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງໃຫ້ຕົນເອງ ເພື່ອແນໃສ່ຫລຸດຜ່ອນຄວາມທຸກຍາກລົງເທື່ອລະກ້າວ. ຈາກນັ້ນທ່ານເຈົ້າແຂວງຄຳມ່ວນພ້ອມຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມສູນພັດທະນາແນວພັນເຂົ້າກະສິກຳເມືອງເຊບັ້ງໄຟ, ບໍລິສັດວິລາໂກ້ ແລະ ກຸ່ມຜະລິດແນວພັນເຂົ້າຮຸ້ນ III ບ້ານຕຶງ ອີກດ້ວຍ.