ເປັນທີ່ແນ່ນອນແລ້ວ ປາກຽວ ຊົກກັບ ສະເປນຊ໌ ກໍານົດຊົກ 21 ສິງຫານີ້

664

ແມນນີ ປາກຽວ ນັກມວຍຊາວຟິລິບປິນ ຂວັນໃຈຊາວອາຊີ ອອກມາຢືນຢັນຢ່າງເປັນທາງການຜ່ານທາງທະວິດເຕີວ່າ: ກຽມຂຶ້ນຊົກກັບ ເອີຣອລ ສະເປນຊ໌ ຈູເນຍ ໃນວັນທີ 21 ສິງຫາ 2021 ໃນລາສເວກັສ ສະຫະລັດອາເມຣິກາ ແຕ່ບໍ່ທັນໄດ້ກໍານົດເວທີການຊົກມວຍ.

ຜົນງານຫຼ້າສຸດ ປາກຽວ ຂຶ້ນຊົກໄຟທ໌ຫຼັງສຸດເອົາຊະນະ ຄິດ ເທີແມນ ເມື່ອປີ 2019 ຄວ້າສາຍແອວແຊ້ມໂລກຮຸ່ນເວລເຕີເວດຂອງ WBA ແຕ່ການບໍ່ໄດ້ຂຶ້ນຊົກດົນເຮັດໃຫ້ຖືກຢຶດສາຍແອວແຊ້ມໂລກດັ່ງກ່າວໄປຕາມລະບຽບເມື່ອຕົ້ນປີ.

ສ່ວນ ສະເປນຊ໌ ປະສົບອຸບັດເຫດຮຸນແຮງເມື່ອປີ 2019 ຕ້ອງຢຸດພັກໄປດົນພໍສົມຄວນ ກ່ອນຈະຊົກໄຟທ໌ຫຼ້າສຸດເອົາຊະນະ ແດນນີ ກາເຊຍ ປ້ອງກັນແຊ້ມເວລເຕີເວດ 2 ສະຖາບັນໄວ້ໄດ້ຄື WBF ກັບ IBF.