ຊົມເຊີຍແພດໝໍຫຼວງພະບາງ ປິ່ນປົວຫາຍດີອີກ 7 ຄົນ

446

ໃນວັນທີ 21 ພຶດສະພາ 2021, ໂຮງໝໍແຂວງຫຼວງພະບາງ ໄດ້ສົ່ງຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ນອນປີີ່ນປົວຢູ່ແຍກປ່ຽວ ຈໍານວນ 7 ຄົນ ກັບຄືນໄປຈໍາກັດບໍລິເວນຢູ່ເຮືອນ ພາຍຫຼັງປິ່ນປົວດີ ແລະກວດຫາເຊື້ອບໍ່ພົບ 2 ຄັ້ງຕິດຕໍ່ກັນ ໃນນັ້ນລວມທັງຫຼານນ້ອຍອາຍຸສອງເດືອນກໍ່ກັບຄືນສູ່ອ້ອມກອດແມ່ແລ້ວ.


ດຣ ທອງພຸດ ສຸກກະເສີມ ອໍານວຍການໂຮງໝໍແຂວງຫຼວງພະບາງ ໃຫ້ຮູ້ວ່າ: ນັບແຕ່ ວັນທີ 24 ເມສາ 2021ມາຮອດປັດຈຸບັນ ໂຮງໝໍແຂວງຫຼວງພະບາງ ໄດ້ຮັບເອົາຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ. ໃນນັ້ນ, ຍິງ 9 ຄົນ ແລະ ເດັກນ້ອຍ 2 ຄົນ, ມາ ຈາກນະຄອນຫຼວງພະບາງ ມີ 8 ຄົນ ແລະ ເມືອງຊຽງເງິນ 5 ຄົນ, ຈາກການທຸ່ມເທເຫື່ອແຮງສະຕິປັນຍາ ຂອງແພດໝໍ ທີ່ໄດ້ຕິດຕາມອາການຢ່າງໃກ້ສິດ ແລະ ການປະຕິບັດຫຼັກການຂອງຄົນເຈັບເອງ ຈົນປິ່ນປົວຫາຍດີແລ້ວ 6 ຄົນ ແລະ ອະນຸຍາດໃຫ້ກັບບ້ານໄດ້ ເປັນຊຸດທຳອິດ ໃນວັນທີ 15 ພຶຶດສະພາ ຜ່ານມາ.

ສ່ວນຄົນເຈັບຕິດເຊື້ອພະຍາດໂຄວິດ -19 ອີກ7 ຄົນ ທີ່ສືບຕໍ່ປີ່ນປົວຢູ່ໂຮງໝໍແຂວງ ທີມແພດໄດ້ສືບຕໍ່ປີ່ນປົວຕາມອາການ ທັງໄດ້ເກັບຕົວຢ່າງມາກວດວິເຄາະຫຼາຍຄັ້ງ ມາຮອດວັນທີ 21 ພຶດສະພາ ນີ້,ຜົນກວດຂອງທຸກຄົນ ແມ່ນເປັນລົບ 2 ຄັ້ງຕິດຕໍ່ກັນ ຈຶ່ງໄດ້ອະນຸຍາດໃຫ້ເຂົາເຈົ້າກັບຄືນໄປສູ່ຄອບຄົວ ໂດຍໄດ້ແນະນຳໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຢູ່ເຮືອນຕື່ມ 14 ວັນ ແລະ ຈະມີ ການເກັບຕົວຢ່າງ ມາກວດວິເຄາະອີກຄັ້ງ ເພື່ອຄວາມປອດໄພ ກ່ອນຈະອະນຸຍາດໃຫ້ເຂົາເຈົ້າ ສາມາດດຳລົງຊີວິດຕາມປົກກະຕິ.


ສໍາລັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທີ່ໄດ້ຮັບການປີ່ນປົວຫາຍດີ ແລະ ໄດ້ຮັບການອະນຸ ຍາດໃຫ້ອອກໂຮງໝໍ ໃນວັນທີ 21 ພຶດສະພາ ນີ້,ມີຈຳນວນ 7 ຄົນ.ໃນນັ້ນ, 4 ຄົນ ຢູ່ນະຄອນຫຼວງພະບາງ ແລະ ເມືອງຊຽງເງິນ 3 ຄົົນຜົນສຳເລັດທີ່ພາກ ພູມໃຈ ແມ່ນການປີ່ນປົວ ເດັກນ້ອຍ ອາຍຸ 1 ປີ 5 ເດືອນ ແລະອາຍຸ 2 ເດືອນ ໃຫ້ຫາຍດີຈາກພະຍາດ ໂຄວິດ-19 ລວມທັງ ແມ່ຜູ້ເບີ່ງແຍງເດັກ ແລະພະນັກງານແພດທຸກຄົນ ແມ່ນປອດໄພຈາກພະຍາດໂຄວິດ-19.