ສ່ອງ 28 ບ້ານ ໃນ 6 ເມືອງ ໃນ ນວ ທີ່ເປັນ ເຂດແດງ ຂອງການແຜ່-ຕິດເຊື້ອໂຄວິດ-19

798

ບ້ານເຂດແດງ ແມ່ນເປັນບ້ານທີ່ມີຜູ້ຕິດເຊື້ອ 1 ກໍລະນີ ທີ່ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ຫຼື ການຕິດເຊື້ອເປັນຈຸ້ມທີ່ມີ 2 ຄົນຂຶ້ນໄປ ໃນໄລຍະ 14 ວັນຜ່ານມາ. ດັ່ງນັ້ນມື້ນີ້ພວກເຮົາຈະມາອັບເດດ 28 ບ້ານ ໃນ 6 ເມືອງ ເຂດພື້ນທີ່ແດງ ມີການລະບາດໂຄວິດ-19 ໃນນະຄອນຫຼວງວຽງຈັນ.

ສະເພາະເມືອງມີ 6 ເມືອງ ແລະ ມີຈຳນວນບ້ານດັ່ງນີ້: ເມືອງຈັນທະບູລີ: ມີບ້ານ ຫ້ວຍຫົງ, ສີດຳດວນ, ໜອງປິງ, ໜອງທາເໜືອ, ໂພນຕ້ອງສະຫວາດ, ດົງປ່າແຫຼບ; ສ່ວນເມືອງສີໂຄດຕະບອງ ມີ: ບ້ານຕາດທອງ; ສ່ວນເມືອງໄຊເສດຖາ ມີ: ບ້ານຝາຍ, ຈອມມະນີກາງ ແລະ ບ້ານຈອມມະນີໃຕ້, ບ້ານຄຳສະຫວາດ, ວຽງຈະເລີນ, ໜອງບອນ, ໜອງໜ່ຽງ, ໂພນໄຊ, ສະພັງໝໍ້, ທາດຫຼວງໃຕ້, ໂຊກນ້ອຍ ແລະ ບ້ານນາສ້າງໄຜ່.

ສ່ວນເມືອງສີສັດຕະນາກມີ: ບ້ານສະພານທອງໃຕ້, ບ້ານຈອມເພັດໃຕ້; ເມືອງໄຊທານີ ມີ:  ບ້ານໄຊສະຫວ່າງ, ບໍ່ເຫຼັກ, ໂຄກສີວິໄລ, ບ້ານໜອງພະຍາ, ບ້ານຊ້າງຄູ້, ດອນຕີ້ວ ແລະ ສ່ວນເມືອງຫາດຊາຍຟອງ ມີ: ບ້ານຫາດຊາຍຂາວ.