ໄຟຟ້າລາວ ສາຂາ ແຂວງຈຳປາສັກ ເລັ່ງສ້ອມແປງເກັບກູ້ລະບົບຈຳໜ່າຍໄຟຟ້າ ທີ່ເປ້ເພເສຍຫາຍສົ່ງໄຟຟ້າບໍ່ໄດ້ ຈາກພາຍຸພັດຜ່ານເຂົ້າຫຼາຍເມືອງ

426

17 ພຶດສະພາ 2021 ໄດ້ເກີດມີພາຍຸລະດູຮ້ອນ ຝົນຕົກໜັກ ແລະ ລົມພັດແຮງ ພັດຜ່ານເຂົ້າຫຼາຍເມືອງຂອງແຂວງ ຈໍາປາສັກ. ສຳລັບເມືອງທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນປະກອບມີ 9 ເມືອງ: ນະຄອນປາກເຊ, ເມືອງໂຂງ, ເມືອງມຸນລະປະໂມກ, ເມືອງປະທຸມພອນ, ເມືອງຊະນະສົມບູນ, ເມືອງສຸຂຸມາ, ເມືອງປາກຊ່ອງ, ເມືອງຈຳປາສັກ, ເມືອງໂພນທອງ ແຂວງຈໍາປາສັກ, ຈຶ່ງເຮັດໃຫ້ລະບົບຈຳໜ່າຍໄຟຟ້າແຮງກາງ 22 ກິໂລໂວນ ແລະ ແຮງຕໍ່າ 0,4 ກິໂລໂວນ ໄດ້ຮັບຜົນກະທົບເປ້ເພເສຍຫາຍເຮັດໃຫ້ຫຼາຍເຂດບໍ່ໄດ້ຊົມໃຊ້ໄຟຟ້າໃນຄ່ຳຄືນນັ້ນ.

ນຕອນເຊົ້າຂອງວັນທີ 18 ພຶດສະພາ 2021 ສູນໄຟຟ້າ ປະຈຳແຕ່ລະເມືອງ ທີ່ຂື້ນກັບລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຈໍາປາສັກ ຈຶ່ງໄດ້ແຕ່ງຕັ້ງພະນັກງານ ກຳມະກອນ ພາຍໃນສູນໄຟຟ້າ ເລັ່ງລົງສໍາຫຼວດກວດກາ ແລະ ສ້ອມແປງປ່ຽນຖ່າຍອຸປະກອນທີ່ເປເພ້ ເພື່ອເກັບກູ້ລະບົບຈຳໜ່າຍໄຟຟ້າທີ່ເປ້ເພໃຫ້ກັບຄືນມາເປັນປົກກະຕິ.

ໂດຍພາຍໃຕ້ການນຳພາຊີ້ນຳຂອງຄະນະພັກ – ຄະນະສາຂາ ຟຟລ ສາຂາ ແຂວງຈຳປາສັກ ຈຶ່ງໄດ້ລົງຕິດຕາມການສ້ອມແປງຄັ້ງນີ້ຢ່າງໃກ້ຊິດ ແລະ ໄດ້ເນັ້ນໜັກໃຫ້ພະນັກງານ ກຳມະກອນ ທຸກຄົນພາຍໃນສູນໄຟຟ້າ ໃຫ້ເອົາໃຈໃສ່ສ້ອມແປງເກັບກູ້ລະບົບຈຳໜ່າຍໄຟຟ້າຄືນທັງໝົດທີ່ໄດ້ຮັບຜົນກະທົບເສຍຫາຍຈາກພາຍຸດັ່ງກ່າວຢ່າງຮີບດ່ວນ. ສະນັ້ນ ພະນັກງານ ກຳມະກອນ ທຸກຄົນພາຍໃນສູນໄຟຟ້າ ເມືອງ ກໍ່ໄດ້ພ້ອມກັນສຸມກຳລັງານແຮງເພື່ອເຮັດໃຫ້ການສ້ອມແປງຄັ້ງນີ້ໃຫ້ປະສົບຜົນສໍາເລັດ ແລະ ສາມາດສົ່ງກະແສໄຟຟ້າໃຫ້ຜູ້ຊົມໃຊ້ໄຟຢ່າງເປັນປົກກະຕິໃນວັນດຽວກັນ ແລະ ພ້ອມທັງຮັບປະກັນຄວາມປອດໄພ.


ສຳລັບລະບົບຈຳໜ່າຍໄຟຟ້າທີ່ໄດ້ຮັບຜົນກະທົບຈາກລົມພາຍຸລະດູຮ້ອນພັດຜ່ານໃນຄັ້ງນີ້ໄດ້ສ້າງຄວາມເສຍຫາຍປະເມີນມູນຄ່າລວມໃນເບື້ອງຕົ້ນ 104.471.750 ກີບ ເຊີ່ງປະກອບມີ: ໝໍ້ແປງ 50 KVA ໃໝ້ ຈຳນວນ 1 ໜ່ວຍ, ໝໍ້ນັບໄຟ 3P 5/100A ໃໝ້ ຈຳນວນ 4 ໜ່ວຍ, ໝໍ້ນັບໄຟ 1P 3/9A ໃໝ້ ຈຳນວນ 2 ໜ່ວຍ, ເສົາເບຕົງ 12 ແມັດ ຈໍານວນ 1 ຕົ້ນ, ສາຍ AL ACSR 1×70 mm ຈຳນວນ 150 ແມັດ, ສາຍ AL ACSR 1×35 mm ຈຳນວນ 380 ແມັດ, ສາຍ AL ACSR 1×150 mm ຈຳນວນ 100 ແມັດ, ເຮືອນຟີວ 22 ກິໂລໂວນ ຈໍານວນ 15 ຊຸດ, ດອກກັນໄຟຂາຕັ້ງ 22 ກິໂລໂວນ ຈໍານວນ 26 ດອກ, ເສົາເບຕົງ 8 ແມັດ ຈຳນວນ 8 ຕົ້ນ, ສາຍທອງຫຸ້ມ 1×35 mm ຈໍານວນ 1,085 ແມັດ, 1×70 mm ຈຳນວນ 185 ແມັດ, ເຮືອນຟີວ 0,4 ກິໂລໂວນ ຈຳນວນ 4 ຊຸດ ແລະ ພ້ອມດ້ວຍອຸປະກອນອີກຈໍານວນໜື່ງ.

ທີ່ມາ:ໜັງສືພິມຈຳປາໃໝ່ ???????????????????????????????????? ????????????????????????????????????