ສ່ອງ 8 ມາດຕະການເພີ່ມເຕີມ ທີ່ລັດວາງອອກ ຫຼັງການລະບາດໂຄວິດ ຍັງແຜ່ລາມເເປັນວົງກວ້າງ

823

ວັນວັນທີ 20 ພຶດສະພາ 2021, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ.ທີ່ ຫ້ອງການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດຖະແຫຼງຂ່າວ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໂດຍສະເພາະແມ່ນ ມາດຕະການຜ່ອນຜັນ ແລະ ມາດຕະການເພີ່ມເຕີມ.


ສຳລັບມາດຕະການເພີ່ມເຕີມ ມີດັ່ງນີ້:
1.ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ ແລະ ຮ້ານເກມທຸກປະເພດ.
2. ເຂດໃດ ແລະ ບ້ານໃດ ທີ່ຖືກກຳນົດເປັນເຂດແດງ ໃຫ້ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການ ຂອງບັນດາໂຮງງານ, ຫົວໜ່ວຍການຜະລິດ ທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ.


3. ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດ ຈາກອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊີນ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຕັ້ງດ່ານ ເພື່ອກວດສຸຂະພາບ, ເອກະສານທີ່ກ່ຽວຂ້ອງ ແລະ ເກັບກໍາຂໍ້ມູນ ຢ່າງຮັດກຸມ.
4. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ. ກໍລະນີທີ່ຈະຕ້ອງ ຈັດກິດຈະກຳໃດໜຶ່ງທີ່ຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືໃສ່ສະບູ ຫຼື ເຈລລ້າງມື້ ຄັກແນ່.


5. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ໃນເຂດທີ່ມີການລະບາດ ແລະ ເຂດທີ່ມີຄວາມສ່ຽງ.
6. ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍ ການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊູບເປີມາເກັດ.
7. ເຫັນດີໃຫ້ສືບຕໍ່ຮັບການຊ່ວຍເຫຼືອຈາກຜູ້ປະກອບການ, ສັງຄົມ ແລະ ພາກສ່ວນຕ່າງໆ ແຕ່ໃຫ້ຄະນະ ສະເພາະກິດ ຄົ້ນຄວ້າຮູບແບບການຮັບເຄື່ອງຊ່ວຍ ເຫຼືອດັ່ງກ່າວ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ.
8. ໃຫ້ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອອກຂໍ້ແນະນຳລະອຽດໃນການຈັດຕັ້ງ ປະຕິບັດມາດຕະການຕ່າງໆ ຕາມຄວາມເໝາະສົມ ຢູ່ແຕ່ລະເປົ້າໝາຍ ກໍຄື ຢູ່ແຕ່ລະເຂດ ເຊັ່ນ : ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ.