ວິທີເຮັດ ລາບໝູ ງ່າຍໆແຕ່ແຊບ ແລະ ໄດ້ລົດຊາດ ຖືກໃຈທ່ານ

1662

ລາບ ເປັນອາຫານພື້ນເມືອງລາວເຮົາຊະນິດໜຶ່ງທີ່ໄດ້ຮັບຄວາມນິຍົມຊົມຊອບ ບໍ່ວ່າເທດສະການ ຫຼື ມີພິທີຫຍັງ ສ່ວນຫຼາຍຄົນລາວເຮົາກໍ່ຈະພາກັນເຮັດລາບ, ເຊິ່ງລາບ ສາມາດເລືອກວັດຖຸດິບຕາມໃຈມັກ ມາເຮັດລາບໄດ້ເປັນຕົ້ນ: ຊີ້ນໝູ, ຊີ້ນຄວາຍ, ງົວ, ເປັດ, ໄກ່ ແລະ ອື່ນໆຕາມໃຈມັກ. ແຕ່ມື້ນີ້ພວກເຮົາຈະມາແນະນຳ ລາບ ຊີ້ນໝູ ລາຍລະອຽດ ແລະຂັ້ນຕອນການເຮັດເປັນແນວໃດເຮົາໄປເບິ່ງນຳກັນເລີຍ.


ສ່ວນປະກອບ: ຊີ້ນໝູ ອາດຈະຊື້ໂຕບົດເລີຍກໍ່ໄດ້ ຫຼື ຊີ້ນກ້ອນຊື້ມາຊອຍ ແລະ ຟັກເອງ, ໝາກນາວ, ຫົວຫອມບົ່ວ, ຜັກບົ່ວໃບ, ໝາກເຜັດປົ່ນ, ໝາກເຜັດດິບຊອຍ, ຫອມປ້ອມ, ຫອມລາບ, ເຂົ້າຂົ້ວ, ນໍ້າປາ, ແປ້ງນົວ, ປາແດກ (ຫາກທ່ານບໍ່ມັກປາແດກບໍ່ໃສ່ກໍ່ໄດ້), ເກືອ.


ວິທີເຮັດ: ຄ້າງໝໍ້ຂາງຂຶ້ນ ແລ້ວເອົາຊັ້ນໝູລົງໄປຂົ້ວ (ຫາກທ່ານໃດຢາກໃຫ້ຫອມກໍ່ຊອຍຫົວຫອມບົ່ວ ລົງໄປກຽວນໍ້າມັນເລັກໜ້ອຍໃຫ້ຫອມ ແລ້ວຈຶ່ງເອົາຊີ້ນໝູທີ່ສັບລະອຽດໄວ້ນັ້ນລົງໄປຂົ້ວໃສ່), ເຕີມເກືອເລັກໜ້ອຍ, ແປງນົວ, ຫາກທ່ານໃດມັກໃສ່ປາແດກກໍ່ເຕີມໃສ່ເລັກໜ້ອຍຕອນຂົ້ວ.


ຈາກນັ້ນກໍ່ຕັກໃສ່ຊາມ ທີ່ຈະໃຊ້ຄົນ ປະໃຫ້ເຢັນແລ້ວຈຶ່ງນຳເອົາເຂົ້າຂົ້ວ, ນໍ້າປາ, ໝາກປົ່ນໃສ່ໜ້ອຍໜຶ່ງໃຫ້ຫອມ, ຈາກນັ້ນກໍ່ເອົາໝາກເຜັດດິບທີ່ຊອຍໄວ້ເລັກໜ້ອຍລົງຄົນໃຫ້ເຂົ້າກັນ ບີບໝາກນາວໃສ່ ຊີມລົດຊາດຕາມໃຈມັກ ຫາກພໍດີແລ້ວ ຈາກນັ້ນຈຶ່ງເອົາຫອມລົງໄປຄົນໃສ່ ແລ້ວຕັກໃສ່ຈານພ້ອມເສີບ.


ເທົ່ານີ້ກໍ່ຖືວ່າສຳເລັດ ນອກຈາກຈະໄດ້ລາບ ຕາມລົດຊາດທີ່ເຮົາມັກແລ້ວ ແລະ ໄດ້ປະລິມານທີ່ຫຼາຍກວ່າຊື້ສຳເລັດອີກ, ຖ້າຈະໃຫ້ແຊບກໍ່ຕ້ອງກິນກັບເຂົ້າໜຽວ ພ້ອມມີຜັກກັບຕ່າງໆ ຕາມໃຈມັກ.