ຕະຫຼາດບຶງທາດຫຼວງ ຄຶກຄື້ນ ແມ່ຄ້າແຫ່ມາແຕ່ຕະຫຼາດຕອນເຊົ້າ ໜອງຈັນ ພາຍຫຼັງຖືກສັ່ງໂຈະຊົ່ວຄາວ

1073

ເນື່ອງຈາກການລະບາດພະຍາດໂຄວິດ-19 ຢູ່ພາຍໃນນະຄອນຫຼວງວຽງຈັນ ຍັງມີການລະບາດ ຕົວເລກຜູ້ຕິດດເຊື້ອນັບມື້ເພີ່ມຂຶ້ນ ແລະ ຊຸມຊົນຫຼາຍແຫ່ງເປັນຈຸດສ່ຽງໃນການລະບາດ ດັ່ງນັ້ນເພື່ອເປັນການປ້ອງກັນແຕ່ຫົວທີ ແມ່ນພະແນກ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ (ອຄ.ນວ) ອອກແຈ້ງການ ເລກທີ 0605/ອຄ.ນວ.ຄພນ, ລົງວັນທີ 15 ພຶດສະພາ 2021 ໃຫ້ໂຈະຊົ່ວຄາວກ່ຽວກັບການຈຳໜ່າຍພືດຜັກ, ໝາກໄມ້ ແລະ ສິນຄ້າບໍລິໂພກ ສຳລັບພາກເຊົ້າທີ່ເປີດເວລາ 5:30 ຫາ 8:30ໂມງ ຢູ່ໃນຕະຫຼາດໜອງຈັນ ແລະ ບໍລິເວນນອກຕະຫຼາດໜອງຈັນທີ່ໃກ້ກັນ ນັບແຕ່ ວັນທີ 16 ພຶດສະພາ 2021 ເປັນຕົ້ນໄປ ຈົນກວ່າສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ໃນ ນວ ຈະຜ່ອນຄາຍລົງ.


ພາຍຫຼັງມີແຈ້ງການສັ່ງໂຈະ ການຊື້-ຂາຍ ຢູ່ຈຸດດັ່ງກ່າວ ບັນດາແມ່ຄ້າຊາວຂາຍ ໄດ້ພາກັນແຫ່ມາຂາຍຢູ່ຕະຫຼາດບຶງທາດຫຼວງ ແລະ ບັນດາພໍ່ແມ່ປະຊາຊົນ ກໍຄືຜູ້ບໍລິໂພກ ກໍ່ແຫ່ໄປຊື້ຕາມກັນ ເຮັດໃຫ້ບັນຍາກາດການຊື້-ຂາຍ ຢູ່ຕະຫຼາດບຶງທາດຫຼວງຄຶກຄື້ນຂຶ້ນຕ່າງຈາກເມື່ອກ່ອນ.


ທີ່ສຳຄັນບ່ອນຈັດລົດກວ້າງຂວາງ ສະດວກສະບາຍ ຜ່ານການສອບຖາມແມ່ຄ້າຫຼາຍຄົນເວົ້າເປັນສຽງດຽວກັນວ່າ ໄດ້ມາຂາຍຢູ່ຕະຫຼາດບຶງທາດຫຼວງແລ້ວ ຫາກຕະຫຼາດຕອນເຊົ້າໜອງຈັນເປີດກໍ່ບໍ່ກັບໄປແລ້ວ.

ສະເພາະຕະຫຼາດບຶງທາດຫຼວງ ຕັ້ງຢູ່ໃນເຂດເສດຖະກິດສະເພາະບຶງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເປີດໃຫ້ບໍລິການແຕ່ເວລາ 05:00 ເຊົ້າ ເຖິງ 21:00 ແລງ.