ຫຼາຍຂໍ້ຫຍຸ້ງຍາກ ຕິດພັນການປ້ອງກັນ ໂຄວິດ – 19 ໃນໂຮງງານ ໄດ້ຮັບການແກ້ໄຂ

372

ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ – 19 ທີ່ຕິດພັນກັບໂຮງງານອຸດສາຫະກໍາ ແລະ ຫັດຖະກໍານັ້ນ ມີຂໍ້ຫຍຸ້ງຍາກຫຼາຍຢ່າງທີ່ພາກທຸລະກິດສະເໜີຕໍ່ລັດຖະບານ

ແກ້ໄຂ ເຊິ່ງຫຼາຍຂໍ້ຫຍຸ້ງຍາກກໍໄດ້ຮັບການແກ້ໄຂ ເຊັ່ນ: ເງື່ອນໄຂການໃຊ້ແຮງງານທີ່ຢູ່ແຕ່ໃນຫໍພັກ, ການເດີນທາງໄປວຽກ, ນະໂຍບາຍກ່ຽວກັບການຊົດເຊີຍຄ່າແຮງງານ, ຂອດການຂົນສົ່ງລະຫວ່າງປະເທດ, ຈັດຕັ້ງຄະນະສະເພາະກິດລົງຊຸກຍູ້ໂຮງງານຕ່າງໆ ປະຕິບັດມາດຕະການປ້ອງກັນໂຄວິດ – 19 ແລະ ສາມາດດໍາເນີນການຜະລິດຄືນໄດ້.

ໃນວັນທີ 17 ພຶດສະພາ 2021 ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ກ່າວໃນພິທີຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດປ້ອງກັນໂຄວິດ – 19 ວ່າ: ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ – 19 ຕິດພັນກັບໂຮງງານອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງ ອຄ ໄດ້ຜັນຂະຫຍາຍຄໍາສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄ ວິດ – 19 ສະບັບເລກທີ 15/ນຍ ໂດຍກະຊວງ ອຄ ໄດ້ອອກແຈ້ງການໃຫ້ບັນດາໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ສືບຕໍ່ເພີ່ມທະວີມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ – 19 ລວມ 6 ສະບັບ. ໃນນີ້, ມາດຕະການປ້ອງກັນພະຍາດໂຄວິດ – 19 ໃນໂຮງງງານ ທີ່ສໍາຄັນລວມມີກ່ຽວກັບການເຜີຍແຜ່ ແລະ ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນໂຄວິດ – 19, ການສ້າງແຜນຮັບມືການລະບາດໂຄວິດ – 19, ການຫຼຸດຜ່ອນຄວາມແອອັດ ໂດຍປ່ຽນຜຽນ ຫຼື ກະເຮັດວຽກ, ການຮັກສາໄລຍະຫ່າງ, ການໃສ່ຜ້າອັດປາກ – ດັງ, ການລ້າງມື ແລະ ການອະນາໄມຂ້າເຊື້ອຕ່າງໆ.

May be an image of one or more people and text

ການຈັດຕັ້ງປະຕິບັດໄດ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ – 19 ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງອື່ນໆທີ່ມີການລະບາດຮຸນແຮງ, ຊຸກຍູ້ສົ່ງເສີມໂຮງງານຜະລິດຜ້າອັດປາກ – ດັງ ເຊິ່ງປັດຈຸບັນມີ 7 ແຫ່ງ ຕັ້ງຢູ່ນະຄອນຫຼວງວຽງຈັນ ທີ່ເຄື່ອນໄຫວທໍາການຜະລິດ ເຊິ່ງຫຼາຍແຫ່ງໄດ້ຮັບການຢັ້ງຢືນຄຸນນະພາບຜະລິດຕະພັນ ແລະ ການຢັ້ງຢືນ GMP ຕົວຢ່າງ: ໂຮງງານຜະລິດຢາເລກ 3, ໂຮງງານ AP Medical, ໂຮງງານດີວັນ ແລະ ໂຮງງານ ISOLO. ພ້ອມນີ້, ກໍຊົມເຊີຍໂຮງງານຕັດຫຍິບ ແລະ ເກີບ ເຊິ່ງໄດ້ສ້າງຂະບວນການສັກວັກແຊັງ ໂດຍສະເພາະຈັດຢູ່ກັບໂຮງງານ ເຊິ່ງຮອດວັນທີ 12 ພຶດສະພາ 2021 ມີໂຮງງານຫຼາຍກວ່າ 20 ແຫ່ງ ຈັດຕັ້ງປະຕິບັດ ແລະ ສາມາດສັກວັກແຊັງໃຫ້ແຮງງານໄດ້ຫຼາຍກວ່າ 5.500 ຄົນ. ນອກນີ້, ກໍມີຫຼາຍໂຮງງານຈັດຈຸດສັກວັກແຊັງ ທັງຢູ່ໃນ ແລະ ນອກນິຄົມອຸດສາຫະກຳ – ເຂດເສດຖະກິດພິເສດ.

May be an image of 1 person, standing and text

ນອກຈາກນີ້, ກໍຍັງມີຂໍ້ຫຍຸ້ງຍາກ ແລະ ບາງຂໍ້ສະເໜີຂອງພາກທຸລະກິດ ຜ່ານກະຊວງ ອຄ ເຊິ່ງໄດ້ຮັບໜັງສືສະເໜີຈາກພາກທຸລະກິດຈໍານວນໜຶ່ງ ເຊັ່ນ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະມາຄົມອຸດສາຫະກໍາຕັດຫຍິບ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ, ສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈໍາລາວ ໂດຍມີການສະເໜີໃຫ້ແກ້ໄຂ ຄື: ການຫຼຸດຜ່ອນຄົນມາເຮັດວຽກ ( ເພີ່ມກະ, ແບ່ງຜຽນ ), ການໃຊ້ແຮງງານສະເພາະພະນັກງານແຕ່ຢູ່ຫໍພັກ, ການອອກຈາກບ້ານ ແລະ ເດີນທາງໄປເຮັດວຽກ. ນອກຈາກນີ້, ຍັງມີການຂົນສົ່ງວັດຖຸດິບ ແລະ ສິນຄ້າ, ການຢຸດວຽກ ແລະ ການຊົດເຊີຍຄ່າແຮງງານ, ການຂໍຜ່ອນຜັນການຊໍາລະພັນທະພາສີ – ອາກອນ, ຄ່າໄຟຟ້າ, ຄ່ານ້ຳປະປາ ແລະ ອື່ນໆ, ທ່ານ ບົວວັນ ວິລະວົງ ກ່າວ.

May be an image of road, street and sky

ສ່ວນດ້ານແກ້ໄຂ ກະຊວງ ອຄ ກໍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ – 19 ໂດຍໄດ້ປຶກສາຫາລືກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ສະມາຄົມທຸລະກິດຈໍານວນໜຶ່ງ ກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກ ເຊິ່ງຫຼາຍບັນຫາໄດ້ຮັບການແກ້ໄຂ ເຊັ່ນ: ເງື່ອນໄຂການໃຊ້ແຮງງານທີ່ຢູ່ແຕ່ໃນຫໍພັກ, ການເດີນທາງໄປວຽກ, ນະໂຍບາຍກ່ຽວກັບການຊົດເຊີຍຄ່າແຮງງານ, ຂອດການຂົນສົ່ງລະຫວ່າງປະເທດ, ໄດ້ຈັດຕັ້ງຄະນະສະເພາະກິດລົງຊຸກຍູ້ໂຮງງານຕ່າງໆ ປະຕິບັດມາດຕະການປ້ອງກັນໂຄວິດ – 19 ແລະ ສາມາດດໍາເນີນການຜະລິດຄືນ ໂດຍສະເພາະໂຮງງານຕັດຫຍິບ, ໂຮງງານຜະລິດເກີບ, ໂຮງງານເຈຍລະໄນເພັດ ແລະ ໂຮງງານຕ່າງໆທີ່ມີພະນັກງານ – ກໍາມະກອນເປັນຈໍານວນຫຼາຍ.

May be an image of road, street and cloud

ພ້ອມດຽວກັນນັ້ນ, ທາງຄະນະກໍຂໍການຮ່ວມມືຈາກບັນດາຜູ້ອໍານວຍການໂຮງຈັກ – ໂຮງງານ ແລະ ພະນັກງານກໍາມະກອນ ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ – 19, ສຳຄັນຄວນກະກຽມແຜນຮັບມືໄລຍະກາງ – ຍາວ ເພື່ອການຜະລິດແບບ ໃນຍຸກວິຖີຊີວິດແບບໃໝ່.