ກອງບັນຊາການຕຳຫຼວດແຂວງກອນຕູມ ມອບອຸປະກອນການແພດໃຫ້ ປກສ ແຂວງອັດຕະປື ແລະ ແຂວງເຊກອງ

502

ກອງບັນຊາການຕຳຫຼວດແຂວງກອນຕູມ ສສ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ກອງບັນຊາການ ປກສ ແຂວງອັດຕະປື ແລະ ແຂວງເຊກອງ ສປປ ລາວ

ເຄື່ອງທີ່ນຳມາມອບປະກອບມີ ຊຸດປ້ອງກັນພະຍາດ 4 ແກັດ ຈຳນວນ 400 ຜືນ, ໜ້າກາກໃສ (face shield) 4 ແກັດ ຈຳນວນ 400 ອັນ, ຊົບມືແພດ 4 ແກັດ ຈຳນວນ 200 ຄູ່, ເຈວລ້າງມື 20 ແກັດ ຈຳນວນ 240 ຂວດ ແລະ ຜ້າອັດປາກອະນາໄມ 12 ແກັດ ຈຳນວນ 30.000 ອັນ ເພື່ອມອບໃຫ້ກອງບັນຊາການ ປກສ ແຂວງອັດຕະປື ແລະ ເຊກອງ ສປປ ລາວ ນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ – 19 ຢູ່ພາຍໃນແຂວງຂອງຕົນ.


ພິທີມອບ-ຮັບອຸປະກອນການແພດຈຳ ນວນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນພູເກືອ ແຂວງອັດຕະປື ສປປ ລາວ ໃນວັນທີ 15 ພຶດສະພາ 2021 ໂດຍການກ່າວມອບຂອງ ພັນໂທ ຈິນຄັກເກື່ອງ ຮອງກອງບັນຊາການຕຳຫຼວດແຂວງກອນຕູມ ສສ ຫວຽດນາມ ແລະ ກ່າວຮັບໂດຍ ພັນເອກ ປອ ບຸນຊູ ສຸລິນັນທອງ ຮອງກອງບັນຊາການ ປກສ ແຂວງອັດຕະປື, ພັນໂທ ຄຳບານ ພົມມະນີວົງ ຮອງກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ.


ຕອນທ້າຍ ຕາງໜ້າກອງບັນຊາການ ປກສ ແຂວງອັດຕະປື ແລະ ເຊກອງ ກໍໄດ້ຜັດປ່ຽນກັນສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍໃຫ້ກອງບັນຊາການຕຳຫຼວດແຂວງກອນຕູມ ສສ ຫວຽດນາມ ທີ່ໄດ້ມອບອຸປະກອນການແພດຈຳນວນດັ່ງກ່າວ ໃຫ້ກອງບັນຊາການ ປກສ ທັງ 2 ແຂວງ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ – 19 ໃນແຂວງຂອງຕົນ ບໍ່ໃຫ້ມີການແຜ່ລະບາດ ແລະ ຂະຫຍາຍເປັນວົງກວ້າງ.

ໂດຍ:ເສົາດາລົງ ເພັດສົງຄາມ ນັກຂ່າວ ປກສ ແຂວງ