ອັດຕະປື ເລັ່ງມືສັກຢາວັກແຊງ ປ້ອງກັນໂຄວິດ-19 ໃຫ້ປະຊາຊົນ

420

ເພື່ອປ້ອງກັນການລະບາດພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ ປະຈຸບັນແຂວງອັດຕະປື ໄດ້ເລັ່ງມືສຸມໃສ່ການສັກວັກຊິນກັນພະຍາດໂຄວີດ-19 ຢ່າງເປັນຂະບວນກວ້າງຂວາງ,ໂດຍແມ່ນທີມງານຂັ້ນແຂວງ, ຂັ້ນເມຶອງ ໄດ້ລົງເຄຶ່ອນໄຫວສັກວັກຊີນປອ້ງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ເມຶອງສະໝາມໄຊ : ເຊີ່ງມີ 6 ຈຸດ ຄຶ: ຈຸດບ້ານດົງບາກ, ບ້ານແທ , ບ້ານຕະມາຢອດ , ບ້ານໄຊດອນໂຂງ, ບ້ານປາກບໍ່ ແລະ ບ້ານແບ່ງວິໄລ.


ເຊີ່ງເປັນຂະບວນການຕະລຸມບອນໃນການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເພື່ອໃຫ້ບັນລຸຕາມຕົວເລກເປົ້າໝາຍທີ່ວາງໄວ້ ໂດຍໄດ້ແຕ່ງຕັ້ງໜ່ວຍເຄື່ອນທີ່ບໍລິການສັກວັກຊິນໃຫ້ພໍ່ແມ່ປະຊາຊົນຢູ່ບັນດາບ້ານ ແຕ່ວັນທີ 12 – 18 ພຶດສະພາ 2021 ນີ້ທາງທີມງານແພດໝໍ ໄດ້ລົງໃຫ້ບໍລິການຢູ່ທີ່ 6 ຈຸດຂອງເມືອງສະໝາມໄຊ ແຂວງອັດຕະປື,ເຊິ່ງເຫັນວ່າຈຳນວນຜູ້ມາຮັບການສັກວັກຊິນ ແມ່ນຍັງມີໜ້ອຍເມື່ອທຽບໃສ່ບ້ານອື່ນທີ່ໄດ້ເຄື່ອນໄຫວຜ່ານມາ ສາເຫດອາດຍ້ອນວ່າປະຊາຊົນຍັງມີຄວາມກັງວົນເລື່ອງຜົນຂ້າງຄຽງ,ແຕ່ທາງອຳນາດການປົກຄອງບ້ານ ກໍ່ຈະໄດ້ສືບຕໍ່ເອົາໃຈໃສ່ປຸກລະດົມເຊີນຊວນປະຊາຊົນພາຍໃນບ້ານໃຫ້ອອກມາຮັບສັກວັກຊິນ ເພື່ອປ້ອງກັນພະຍາດໂຄວິດ 19 ໃຫ້ໄດ້ຄົບຕາມເປົ້າໝາຍ.

ສຳລັບບຸກຄົນທົ່ວໄປທີ່ຈະມາຮັບສັກວັກຊິນ ຕ້ອງມີສຸຂະພາບແຂງແຮງດີ,ມີອາຍຸ 18 ປີຂື້ນໄປທັງຍິງ-ຊາຍ,ຕ້ອງພັກຜ່ອນໃຫ້ພຽງພໍ,ສະພາບຈິດໃຈຕ້ອງມີຄວາມພ້ອມໃນການມາບໍລິການຮັບການສັກວັກຊິນ ແລະ ບໍ່ເປັນພະຍາດໃດໜຶ່ງປະຈຳໂຕ, ແຕ່ສິ່ງສຳຄັນກ່ອນມາບໍລິການຮັບວັກຊິນ ຕ້ອງຖືບັດຈຳໂຕ ຫຼື ສຳມະໂນຄົວ,ຖ້າເປັນຄົນຕ່າງປະເທດຕ້ອງມີພັດສະປອດມາແຈ້ງຕໍ່ພະນັກງານແພດໜໍກ່ອນຮັບວັກຊິນ ເພື່ອສະດວກໃນການປ້ອນຂໍ້ມູນທີ່ຮັບສັກວັກຊິນແຕ່ລະປະເພດ.


ໃນນັ້ນຍັງໄດ້ຮຽກຮ້ອງໃຫ້ປະຊົນຈົ່ງພ້ອມກັນໄປສັກວັກຊີນກັນພະຍາດໂຄວິດ-19 ໂດຍບໍ່ໄດ້ເສຍຄ່າ ຢູ່ຕາມສະຖານທີ່ໃກ້ບ້ານທ່ານໃນໂມງລັດຖະການ ເນື່ອງຈາກຜູ້ສັກວັກຊີນ ສາມາດມີພູມຄຸ້ມກັນປ້ອງກັນຈາກການຕິດເຊື້ອພະຍາດໂຄວິດໄດ້, ຂໍສະແດງຄວາມຍອ້ງຍໍຊົມເຊີຍມາຍັງ ອົງການ KOICA ທີ່ມີຄວາມເປັນຫວ່ງເປັນໄຍ ແລະເຫັນຄວາມສຳຄັນຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນບັນດາເຜົ່າແຂວງອັດຕະປຶ ,ເຊີ່ງສະໝັບສະໜູນງົບປະມານໃນການລົງເຄຶ່ອນທີ່ໃນຄັ້ງນີ້. ຂ່າວ: ບັງອອນ ສທຂ