ຄຳຊີ້ແຈງຂອງຄະນະສະເພາະກິດ ຕໍ່ກັບກໍລະນີຊາວຈີນມາແຕ່ແຂວງອຸດົມໄຊ

492

ຂ່າວສານຫລວງພະບາງ Luangprabang News ລາຍງານວ່າ: ຕໍ່ກັບກໍລະນີຊາວຈີນ (ພະນັກງານທາງລົດໄຟ) ທີ່ໄດ້ເດີນທາງມາ ແຕ່ແຂວງ ອຸດົມໄຊ ໃນຄໍ່າຄືນຂອງວັນທີ 15 ພຶດສະພາ 2021 ອັນໄດ້ເຮັດໃຫ້ສັງຄົມແຕກຕື່ນໂດຍສະເພາະແມ່ນຊາວຫຼວງພະບາງ ຈາກຂ່າວລືທີ່ວ່າຊາວຈີນດັ່ງກ່າວມີກໍລະນີຕິດເຊື້ອພະຍາດ ໂຄວິດ-19 ຊຶ່ງຂ່າວລື ດັ່ງກ່າວນັ້ນແມ່ນບໍ່ມີມູນຄວາມຈິງ.


ຕໍ່ກັບເຫດການດັ່ງກ່າວນີ້ ໃນວັນທີ 16 ພຶດສະພາ 2021 ນີ້ ທ່ານ ດຣ ວິຣະສັກ ບານຸວົງ ຫົວໜ້າກອງເລຂາ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດ ໂຄວິດ-19 ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຫຼວງພະບາງວ່າ: ໃນຄຳຄືນທີ່ຜ່ານມາ ມີແທ້ຊາວຈີນຊຶ່ງເປັນພະນັກງານທາງລົດໄຟ ທີ່ໄດ້ເດີນທາງມາຈາກ ແຂວງອຸດົມໄຊ ມີຈຳນວນ 10 ຄົນ, ພະນັກງານຂັບ 2 ຄົນ, ໄດ້ມາສົມທົບກັບພະນັກງານວິຊາການທາງລົດໄຟຢູ່ ແຂວງຫຼວງພະບາງອີກ 6 ຄົນ, ລວມທັງໝົດ 18 ຄົນ, ໄດ້ມາພັກຢູ່ໂຮງແຮມຫາຍໂສກ ນະຄອນ-ຫຼວງພະບາງ, ສຳລັບຊາວຈີນທັງ 10 ຄົນ ທີ່ເດີນທາງມາແຕ່ ແຂວງອຸດົມໄຊ ນັ້ນ ແມ່ນໄດ້ຜ່ານການກັກຕົວ ຢູ່ແຂວງຫຼວງນໍ້າທາ ເປັນເວລາ 14 ວັນແລ້ວ ຖືວ່າຄົບຕາມຈຳນວນທີ່ທາງການກຳນົດໄວ້ ແລະໄດ້ກວດຫາເຊື້ອໂຄວິດ-19 ແລ້ວ ແຕ່ບໍ່ພົບຜູ້ຕິດເຊື້ອຈັກກໍລະນີ, ຫຼັງຈາກນັ້ນຈິ່ງໄດ້ເດີນຈາກແຂວງຫຼວງນໍ້າທາ ມາຜ່ານ ແຂວງອຸດຸມໄຊ ເມື່ອມາຮອດແຂວງອຸດົມໄຊ ທາງຄະນະສະເພາະແຂວງອຸດົມໄຊ ຈິ່ງໄດ້ກວດຫາເຊື້ອໂຄວິດ-19 ອີກ, ຜົນກວດອອກມາ ເຫັນມາມີ 1 ກໍລະນີ ຜົນກວດບໍ່ຊັດເຈນ ທາງຄະນະສະເພາະກິດ ແຂວງອຸດົມໄຊ ຈິ່ງໃຫ້ພວກກ່ຽວລໍຖ້າກວດຊໍ້າຄືນຕື່ມ ເພື່ອເປັນການຢືນຢັນ.

ເມື່ອຄະນະສະເພາະກິດໄປຫາພວກກ່ຽວເພື່ອກວດຊໍ້າ ແຕ່ພວກກ່ຽວພັດລັກໜີ ເຂົ້າມາແຂວງຫຼວງພະບາງກ່ອນ ໂດຍທີ່ຍັງບໍ່ຮູ້ຜົນຊັດເຈນ. ພາຍຫຼັງທີ່ມາຮອດແຂວງຫຼວງພະບາງ ພວກກ່ຽວທັງໝົດແມ່ນໄດ້ພັກຢູ່ໂຮງແຮມຫາຍໂສກ ໂດຍມີພະນັກງານທາງລົດໄຟເຂົ້າມາສົມທົບ 6 ຄົນ.

ຕໍ່ກັບບັນຫາດັ່ງກ່າວຄະນະສະເພາະກິດ ແຂວງຫຼວງພະບາງ ກໍໄດ້ເກັບຕົວຢ່າງໄປກວດທັງ 18 ກໍລະນີ (ຊາວຈີນທາງເດີນມາ 10 ຄົນ, ພະນັກງານຂັບລົດ 2 ຄົນ ແລະພະນັກງານວິຊາການ 6 ຄົນ) ພ້ອມທັງຈຳກັດບໍລິເວນຢູ່ໃນໂຮງແຮມຫາຍໂສກ ໂດຍທີ່ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ ຈົນກວ່າຜົນກວດຂອງພວກກ່ຽວທັງໝົດອອກມາ. ຖ້າຫາກພົບກໍລະນີຕິດເຊື້ອ ໂຄວິດ-19 ກໍຈະນຳເຂົ້າປິ່ນປົວ ແລະກັກຕົວກໍລະນີທີ່ຍັງເຫຼືອສືບຕໍ່ໄປ.


ດັ່ງນັ້ນເພິ່ນຍັງຮຽກຮ້ອງ ໃຫ້ສັງຄົມຢ່າໄດ້ແຕກຕື່ນກັບຂ່າວທີ່ບໍ່ມີມູນຄວາມຈິງ ຈົ່ງຕິດຕາມຂໍ້ມູນຂ່າວສານຈາກທາງການເທົ່ານັ້ນ ເພື່ອຈະໄດ້ເປັນຜົນດີຕໍ່ຕົນເອງ ແລະສັງຄົມ.

ຂ່າວ ແລະພາບ: ດາວອນ ມະນີວັນ