ຮຽນຮູ້ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ (ຕໍ່) ມາດຕາ 23 ສິດ ແລະ ຫນ້າທີ່ ຂອງນັກຮຽນ, ນັກສຶກສາ ນັກຮຽນ, ນັກສຶກສາ ມີ ສິດ ແລະ ຫນ້າທີ່ ແລະມາດຕາ24-25

1167

ກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ); ມື້ນີ້ຈະນຳສະເໜີໃຫ້ຮູ້ ພາກທີ 2 ກິລາ-ກາຍຍະກໍາ ນໍາກັນຕໍ່ ໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວ 22 ມາດຕາ, ມີ້ນີ້ເຮົາມາຮູ້ນໍາກັນວ່າ ມາດຕາ 23-25 ມີດັ່ງນີ້:

ມາດຕາ 23 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງນັກຮຽນ, ນັກສຶກສາ ນັກຮຽນ, ນັກສຶກສາ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ຕັ້ງຫນ້າສຶກສາຮຽນຮູ້ວິຊາພະລະສຶກສາ ແລະ ກິລາ-ກາຍຍະກໍາ ຢ່າງເປັນປົກກະຕິ ແລະ ເຂັ້ມງວດ;
2. ເຂົ້າຮ່ວມການເຄື່ອນໄຫວກິດຈະກໍາ ພະລະສຶກສາ ແລະ ກິລາ-ກາຍຍະກໍາ ຕາມພອນສະຫວັນຂອງຕົນ;
3. ຝຶກແອບ, ຝຶກຊ້ອມ, ສະແດງ, ແຂ່ງຂັນ ກິລາລະດັບສູງ ແລະ ສາມາດເຂົ້າຄັດເລືອກ ເປັນນັກກິລາລະດັບສູງ;
4. ນໍາໃຊ້, ປົກປັກຮັກສາ ໂຄງລ່າງພື້ນຖານ, ວັດຖຸອຸປະກອນ, ພາຫະນະ ຂອງວຽກງານພະລະສຶກສາ ແລະ ກິລາ-ກາຍຍະກໍາ ໃນສະຖານການສຶກສາໃຫ້ມີປະສິດທິຜົນ;
5. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.

ມາດຕາ 24 (ປັບປຸງ) ຄວາມຮັບຜິດຊອບຂອງລັດ ຕໍ່ພະລະສຶກສາ ແລະ ກິລາ-ກາຍຍະກໍາ ໃນສະຖານການສຶກສາ
ລັດ ຈັດສັນທີ່ດິນ, ສ້າງໂຄງລ່າງພື້ນຖານ, ສະຫນອງວັດຖຸປະກອນ, ພາຫະນະ ໃຫ້ແກ່ວຽກ ງານພະລະສຶກສາ ແລະ ກິລາ-ກາຍຍະກໍາ ໃນສະຖານການສຶກສາຂອງລັດ.
ກະຊວງສຶກສາທິການ ແລະ ກິລາ ມີຫນ້າທີ່ສ້າງຫຼັກສຸດ ພະລະສຶກສາ ແລະ ກິລາ-ກາຍຍະ ກໍາ ສໍາລັບສະຖານການສຶກສາ ລວມທັງການສ້າງບໍາລຸງຄູ, ການແນະນໍາ ການເຄື່ອນໄຫວກິລາ-ກາຍຍະກໍາ. ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກເອກະຊົນທີ່ມີສະຖານການສຶກສາ ຕ້ອງມີຄວາມຮັບຜິດຊອບໃນການຈັດສັນທີ່ດິນ, ກໍ່ສ້າງໂຄງລ່າງພື້ນຖານ, ສະຫນອງວັດຖຸປະກອນ, ສັບຊ້ອນຄຸ ພະລະສຶກສາ ແລະ ກິລາ-ກາຍຍະກໍາ ໃຫ້ແກ່ສະຖານການສຶກສາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
ສໍາລັບນັກຮຽນ, ນັກສຶກສາ ທີ່ເປັນນັກກິລາ-ກາຍຍະກໍາ ລະດັບທ້ອງຖິ່ນ, ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ພາຍຫຼັງສໍາເລັດການຝຶກແອບ, ຝຶກຊ້ອມ, ການສະແດງ, ການແຂ່ງຂັນ ແລ້ວລັດມີນະໂຍບາຍໃຫ້ນັກຮຽນ, ນັກສຶກສາດັ່ງກ່າວໄດ້ສືບຕໍ່ຮຽນ, ບໍາລຸງ, ສອບເສັງ ແລະ ໄດ້ຮັບນະໂຍ ບາຍອື່ນ ຕາມລະບຽບການ.
ຄ. ກິລາ-ກາຍຍະກໍາ ໃນກໍາລັງປະກອບອາວຸດ

ມາດຕາ 25 (ປັບປຸງ) ກິລາ-ກາຍຍະກໍາ ໃນກໍາລັງປະກອບອາວຸດ
ກິລາ-ກາຍຍະກໍາ ໃນກໍາລັງປະກອບອາວຸດ ເເມ່ນ ການຝຶກແອບ, ການຝຶກຊ້ອມ, ການສະແດງ, ການແຂ່ງຂັນກິລາ-ກາຍຍະກໍາທົ່ວໄປ ແລະ ກິລາ-ກາຍຍະກໍາຂອງກໍາລັງປະກອບອາວຸດ ເພື່ອສົ່ງເສີມ ສຸຂະພາບ, ຄວາມສາມັກຄີ ແລະ ຄວາມມ່ວນຊື່ນ, ປະກອບສ່ວນເຮັດໃຫ້ກໍາລັງປະກອບອາວຸດມີ ສິລະປະຍຸດ , ຍຸດທະວິທີ, ຄວາມເຂັ້ມແຂງ, ລະບຽບວິໄນ ແລະ ເເບບແຜນທັນສະໄຫມ.