ບໍລິສັດຊີບີເອຟ ມອບອຸປະກອນການແພດ ທີ່ຈຳເປັນໃຫ້ພະແນກສາທາລະນະສຸກສະຫວັນນະເຂດ

257

ບໍລິສັດຊີບີເອຟ ຟາຣມາຈຳກັດ ປະກອບສ່ວນອຸປະກອນການແພດທີ່ຈຳເປັນໃນການຕ້ານພະຍາດໂຄວິດ-19 ໃຫ້ພະແນກສາທາລະນະສຸກແຂວງສະຫວັນນະເຂດ ເຊິ່ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 12 ພຶດສະພາ 2021 ທີ່ສູນປະຕິບັດງານເຫດການສຸກເສີນດ້ານສາທາລະນະສຸກແຂວງ.

ໃຫ້ກຽດຮັບໂດຍທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ ແລະຕາງໜ້າມອບໂດຍທ່ານ ຄັດທະນາມ ຂາວສະຫງ່າ ຮອງຫົວໜ້າບໍລິສັດຊີບີເອຟ ຟາຣມາຈຳກັດ ສາຂາສະຫວັນນະເຂດ ພ້ອມຄະນະຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.


ສຳລັບອຸປະກອບການແພດທີ່ຈຳເປັນ ທີ່ທາງບໍລິສັດຊີບີເອຟຟາຣມາຈຳກັດ ມອບໃຫ້ໃນຄັ້ງນີ້ປະກອບມີ: ຜ້າອັດປາກ ຈຳນວນ 6 ແກັດ(240 ກ່ອງ), ເຈວລ້າງມື 2 ແກັດ (80 ກ່ອງ) ແລະເຫຼົ້າ 70% ຂະໜາດ 500 ຊີຊີ ອີກຈຳນວນ 3 ແກັດ(60 ກ່ອງ), ລວມມູນຄ່າທັງໝົດ 30.508.000 ກີບ ຊຶ່ງອຸປະກອນການແພດທັງໝົດເຫຼົ່ານີ້, ທາງພະແນກສາທາລະນະສຸກແຂວງ ແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວມຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ພາຍໃນແຂວງສະຫວັນນະເຂດ.