ຊຽງຂວາງ ມີຫຼາຍພາກສ່ວນເຂົ້າອຸປະຖຳຕ້ານພະຍາດໂຄວິດ-19

269

ໃນວັນທີ13ພຶດສະພາ2021 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີບໍລິສັດເບຍລາວມອບເງິນຈຳນວນ100.000.000ກີບໃຫ້ແຂວງຊຽງຂວາງ ຕາງໜ້າມອບໂດຍທ່ານ ເປິ້ນ ວິໄລວົງ ຜູ້ຈັດການເຂດ 3ແຂວງ ຊຽງຂວາງ, ຫົວພັນ ແລະ ໄຊສົມບູນ ພ້ອມດ້ວຍຄະນະ.

ນອກນີ້ຍັງມີທ່ານ ຄອນສະຫັວນ ສໍສຳພັນໄຊ ຕາງໜ້າບໍລິສັດແອງເຊີນບໍລິການຂົນສົ່ງຟາດຟູດ ແຂວງເຫງະອານ ສສ ຫວຽດນາມ ມອບຜ້າປິດປາກຈຳນວນ5.000ແຜ່ນ ມູນຄ່າ4ລ້ານກີບ, ບໍລິສັດ ພັດທະນາກະສິກຳລາວ-ຍີປຸ່ນຊຽງຂວາງຈຳກັດ ຕາງໜ້າບໍລິສັດມອບໂດຍທ່ານ ແສງປັນ ເພັດດາລາ ຜູ້ອຳນວຍການຟາມ ພ້ອມດ້ວຍຄະນະ ມອບຜ້າປິດປາກຈຳນວນ15.000ອັນ ມູນຄ່າ9ລ້ານກີບ.

ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ເຊິ່ງທ່ານໄດ້ກ່າວຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນຍາມວິກິດ ເຫັນໄດ້ຄວາມຈຳເປັນ ແບ່ງເບົາຊ່ວຍເຫຼືອແຂວງຊຽງຂວາງ ໃນຍາມວິກິດ ເງິນຈຳນວນດັ່ງ ແມ່ນຈະນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ19 ໃຫ້ໄດ້ຮັບຜົນສູງ ຫັວງວ່າທຸກຄົນຈະຜ່ານພົ້ນວິກິດນີ້ໄປດ້ວຍດີ

ຂ່າວ: ບຸນມີ ແສງທຸມມີ