ຫຼາຍພາກສ່ວນມອບເງິນສົດໃຫ້ແຂວງຫຼວງນໍ້າທາ ເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19

246

ວັນທີ 11 ພຶດສະພາ 2021 ນີ້ ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ມີການມອບເງິນສົດໃຫ້ຫ້ອງວ່າການແຂວງຫຼວງນໍ້າທາ ເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງຫຼວງນໍ້າທາ.

ໃນນີ້ມີບໍລິສັດ ໂອເຊໂນ ຈໍາກັດ ໄດ້ມອບເງິນສົດຈໍານວນ 20 ລ້ານກີບ, ສະພາການຄ້າ ແລະ ອຸດສາຫະກໍາ ແຂວງມອບເງິນສົດຈໍານວນ 13 ລ້ານກີບ ໂດຍການກ່າວມອບຂອງ ທ່ານ ວົງຄໍາ ລີ ຕາງໜ້າບໍລິສັດ ໂອເຊໂນ ຈໍາກັດ ແລະ ທ່ານ ບຸນສົງ ແກ້ວມະນີວົງ ປະທານ ສະພາການຄ້າ ພ້ອມດ້ວຍທີມງານ; ກ່າວຮັບໂດຍ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ 19 ຂັ້ນແຂວງ ເງິນທີ່ນຳມາມອບໃນຄັ້ງນີ້ ລວມທັງໝົດ 33 ລ້ານກີບ.

ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ 19 ຂັ້ນແຂວງ ໄດ້ສະແດງຄວາມຮຸ້ບຸນຄູນ ຂອບໃຈມາຍັງຜູ້ທີ່ມາໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ທີ່ມີຄວາມເປັນຫ່ວງເປັນໃຍ ເຫັນໄດ້ຄວາມສໍາຄັນຂອງພັກ-ລັດ ແລະ ຍັງມີວັດຖຸປັດໄຈທັງເປັນກໍາລັງໃຈ ກໍາລັງແຮງຊ່ວຍໃນການພັດທະນາ ແລະ ຈະນໍາເອົາເງິນຈໍານວນດັ່ງກ່າວນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານການສະກັດກັ້ນການລະບາດຂອງພະຍາດໂຄວິດ-19ໃຫ້ເກີດຜົນປະໂຫຍດສູງສຸດ.