ຮູ້ກົດໝາຍກິລາ-ກາຍຍະກໍາ (ຕໍ່) ມາດຕາ 17-19 ( ກິລາ-ກາຍຍະກໍາພື້ນເມືອງ, ການບັນເທີງ ແລະ ມວນຊົນ )

708

ຕາມເຄີຍມື້ໆນີ້ເຮົາມາຮູ້ຈັກກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ); ມື້ນີ້ຈະນຳສະເໜີໃຫ້ຮູ້ ພາກທີ 2 ກິລາ-ກາຍຍະກໍາ ໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວ 16 ມາດຕາ, ມີ້ນີ້ເຮົາມາຮູ້ນໍາກັນວ່າ ມາດຕາ 17-19 ມີດັ່ງນີ້:

+ມາດຕາ 17 (ປັບປຸງ) ກິລາ-ກາຍຍະກໍາພື້ນເມືອງ
ກິລາ-ກາຍຍະກໍາພື້ນເມືອງ ແມ່ນ ກິດຈະກໍາທີ່ມີຮູບແບບການຫຼິ້ນ, ການສະແດງ, ການແຂ່ງ ຂັ້ນແບບດັ່ງເດີມ ຂອງປະຊາຊົນລາວບັນດາເຜົ່າ ໃນວັນບຸນ, ງານປະເພນີຕ່າງໆ ເພື່ອເສີມສ້າງສຸຂະພາບແຂງ ແຮງ ທາງດ້ານຮ່າງກາຍ ແລະ ຈິດໃຈ, ສ້າງຄວາມສາມັກຄີ, ຄວາມມ່ວນຊື່ນ ເຊັ່ນ ກິລາຫມາກຂ່າງ, ກິລາ ຫມາກແລ້, ຍິງຫນ້າ, ຊ່ວງເຮືອ, ແຂ່ງກອງຄູ, ກອງຫາງ, ມວຍລາຍລາວ, ຕີຄີ, ໂຍນຫມາກຄອນ ແລະ ປະເພດ ອື່ນ.

ລັດ ອະນຸລັກ ແລະ ສົ່ງເສີມກິລາ-ກາຍຍະກໍາພື້ນເມືອງຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີການ ພັດທະນາ, ຍືນຍົງ ແລະ ຖືກຕ້ອງຕາມກົດຫມາຍ.
ອົງການຄຸ້ມຄອງວຽກງານກິລາ-ກາຍຍະກໍາແຕ່ລະຂັ້ນ ແລະ ສັງຄົມ ມີຄວາມຮັບຜິດຊອບໃນ ການຈັດຕັ້ງ, ເຄື່ອນໄຫວກິລາ-ກາຍຍະກໍາພື້ນເມືອງຂອງປະຊາຊົນລາວບັນດາເຜົ່າ ຢ່າງເປັນປົກກະຕິ,

+ມາດຕາ 18 (ປັບປຸງ) ກິລາ-ກາຍຍະກໍາ ເພື່ອການບັນເທີງ
ກິລາ-ກາຍຍະກໍາ ເພື່ອການບັນເທິງ ແມ່ນ ກິດຈະກໍາ ຊຶ່ງຜູ້ຫຼິ້ນນໍາມາສະແດງ ເພື່ອຄວາມ ມ່ວນຊື່ນ ແລະ ເອກອ້າງຄວາມສາມາດໃນງານຕ່າງໆ ເຊັ່ນ ການສະແດງກິລາ, ການເຕັ້ນອາເອໂຣບິກ, ເຕັ້ນເຊຍ ແລະ ອື່ນໆ.
ລັດ ສ້າງເງື່ອນໄຂ ໃຫ້ການພັດທະນາກິລາ-ກາຍຍະກໍາ ເພື່ອການບັນເທີງ ແນໃສ່ສົ່ງເສີມຜູ້ ທີ່ມີພອນສະຫວັນ, ຄວາມສາມາດພິເສດ ແລະ ຕອບສະຫນອງຄວາມຕ້ອງການຂອງສັງຄົມ.
ອົງການຄຸ້ມຄອງວຽກງານກິລາ-ກາຍຍະກໍາແຕ່ລະຂັ້ນ ມີຄວາມຮັບຜິດຊອບໃນການຈັດຕັ້ງ ແລະ ການເຄື່ອນໄຫວກິລາ-ກາຍຍະກໍາ ເພື່ອການບັນເທີງໃຫ້ຖືກຕ້ອງຕາມເງື່ອນໄຂ ແລະ ລະບຽບການ.

+ມາດຕາ 19 ການແຂ່ງຂັນກິລາ-ກາຍຍະກໍາມວນຊົນ
ການແຂ່ງຂັນກິລາ-ກາຍຍະກໍາມວນຊົນ ເເມ່ນ ການແຂ່ງຂັນທົ່ວໄປກ່ຽວກັບປະເພດກິລາ-ກາຍຍະ ກໍາໃດຫນຶ່ງ ໂດຍບໍ່ເຈາະຈົງເຖິງສະຖິຕິ, ມາດຕະຖານ ແຕ່ຕ້ອງດໍາເນີນໄປຕາມກົດລະບຽບ ແລະ ກະຕິກາ ການ ແຂ່ງຂັນປະເພດດັ່ງກ່າວ ແນໃສ່ສ້າງຄວາມມ່ວນຊື່ນ, ຄວາມສາມັກຄີ, ສຸຂະພາບ, ມິດຕະພາບ, ຄວາມເຂົ້າໃຈ ຊຶ່ງກັນ ແລະ ກັນ ທັງເປັນການປະກອບສ່ວນເຮັດໃຫ້ສັງຄົມມີຄວາມປອດໃສ, ຫ່າງໄກຈາກສິ່ງເສບຕິດ. ການຈັດການແຂ່ງຂັນກິລາ-ກາຍຍະກໍາມວນຊົນ ແມ່ນ ຄວາມຮັບຜິດຊອບຂອງບຸກຄົນ ຫຼື ການຈັດ ຕັ້ງທີ່ກ່ຽວຂ້ອງ ແລະ ໃຫ້ມີການຄຸ້ມຄອງຢ່າງຖືກຕ້ອງຕາມກົດຫມາຍ.
ພະລະສຶກສາ ແລະ ກິລາ-ກາຍຍະກໍາ ໃນສະຖານການສຶກສາ