ເປັນທາງການ! ຄາວານີ ຂະຫຍາຍສັນຍາກັບ ແມນເຊັສເຕີ ຢູໄນເຕັດ ຮອດປີ 2022

727

ຄາວານີ ກອງໜ້າປະສົບການສູງ ຕັດສິນໃຈຂະຫຍາຍສັນຍາກັບ ແມນເຊັສເຕີ ຢູໄນເຕັດ ອີກໄປອີກ 1 ລະດູການ ຈົນເຖິງປີ 2022 ຢ່າງເປັນທາງການ.

ເມື່ອບໍ່ດົນມານີ້, ຟາບິຊິໂອ ໂຣມາໂນ ນັກຂ່າວທີ່ມີຊື່ສຽງ ລາຍງານວ່າ ເອດິນສັນ ຄາວານີ ກອງໜ້າປະສົບການສູງ ອາຍຸ 34 ປີ ໄດ້ບັນລຸຂໍ້ຕົກລົງກັບ ແມນເຊັສເຕີ ຢູໄນເຕັດ ໃນການຂະຫຍາຍສັນຍາສະບັບໃໝ່ 1 ປີ ຫຼື ຈົນຈົບລະດູການ 2021-2022 ຫຼັງຈາກສ້າງຜົນງານໄດ້ຢ່າງໂດດເດັ່ນ ໃນລະດູການນີ້ ໂດຍຍິງໄດ້ 15 ປະຕູ ຈາກການລົງສະໜາມ 35 ນັດ ໃນທຸກລາຍການ.

อาจเป็นรูปภาพของ 1 คน, กำลังยืน, พื้นหญ้า และข้อความพูดว่า "CHEVROLET"

ຫຼ້າສຸດ ວັນຈັນ ທີ 10 ພຶດສະພາ ເວັບໄຊທາງການຂອງແມນເຊັສເຕີ ຢູໄນເຕັດ ຖະແຫຼງການວ່າ ໄດ້ຂະຫຍາຍສັນຍາສະບັບໃໝ່ກັບດາວຍິງ ທີມຊາດອຸຣຸກວາຍ ໄປຈົນເຖິງເດືອນມິຖຸນາ 2022 ເປັນທີ່ຮຽບຮ້ອຍ.

อาจเป็นรูปภาพของ 3 คน, ผู้คนกำลังยืน, ผู้คนกำลังเล่นฟุตบอล และกลางแจ้ง

“ການຢູ່ກັບທີມແຫ່ງນີ້ ຂ້ອຍຮູ້ສຶກໝັ້ນໃຈຈາກຜູ້ຈັດການທີມ (ໂຊຊາ) ໃນຖານະນັກເຕະເມື່ອໄດ້ຮັບຄວາມເຊື່ອໝັ້ນນັ້ນຈະໃຫ້ເຮົາມີໂອກາດສ້າງຜົນງານໃຫ້ທີ່ດີທີ່ສຸດ ແລະ ຂ້ອຍຕ້ອງຂໍຂອບໃຈລາວສຳລັບສິ່ງນັ້ນ”.

อาจเป็นรูปภาพของ 1 คน และกำลังยืน

“ຂ້ອຍຍັງບໍ່ສາມາດສ້າງຜົນງານ, ດີໃຈ ແລະ ມີຄວາມສຸກຕໍ່ໜ້າແຟນບານ ໃນສະໜາມໂອລດ໌ ແທຣັຟຟອດ ໄດ້ ແລະ ນັ້ນຄືສິ່ງທີ່ຂ້ອຍລໍຖ້າບໍ່ໄຫວ” ຄາວານີ ກ່າວ.