3ບໍລິສັດ ອຸປະຖຳເງິນ ຕ້ານໂຄວິດ-19 ໃຫ້ແຂວງຊຽງຂວາງ

468

ໃນວັນທີ10ພຶດສະພາ2021 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີຊຸມຊົນຊາວຫວຽດນາມ ແຂວງຊຽງຂວາງ ເຂົ້າອຸປະຖຳເງິນ ຕາງໜ້າມອບໂດຍທ່ານ ເດດ ສີວິໄລ ຫົວໜ້າຊຸມຊົນຊາວຫວຽດນາມ ແຂວງຊຽງຂວາງ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ19.000.000ກີບ ແລະ ຜ້າປິດປາກຈຳນວນ1ແກັດ ລວມມູນຄ່າ20.000.000ກີບ.

ນອກນີ້ຍັງມີບໍລິສັດ ພັດທະນາກະສິກຳ ແລະ ອຸດສາຫະກຳປຸງແຕ່ງ ດຶກຊ່ອງຖັງ ອຸປະຖຳເງິນຈຳນວນ5.000.000ກີບ ກ່າວມອບໂດຍທ່ານ ດຶກຊ່ອງຖັງ ປະທານບໍລິສັດ; ທ່ານນາງ ພຸດດາລົມ ສອນຫຸມດາລາ ເຈົ້າຂອງຕະຫຼາດກະສິກຳຄຳກາງນາ ມອບເງິນຈຳນວນ5.000.000ກີບ.

ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ເຊິ່ງທ່ານຮອງເຈົ້າແຂວງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຍິ່ງມາຍັງ3ພາກສ່ວນດັ່ງກ່າວ ທີ່ມີຈິດໃຈຊ່ວຍເຫຼືອ ເຫັນໄດ້ຄວາມຈຳເປັນ ແບ່ງເບົາຊ່ວຍເຫຼືອແຂວງຊຽງຂວາງ ໃນຍາມວິກິດ ເງິນຈຳນວນດັ່ງ ແມ່ນຈະນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19

ຂ່າວ: ບຸນມີ ແສງທຸມມີ