ຫລາຍພາກສ່ວນ ສືບຕໍ່ມອບເງິນຊ່ວຍເຫລືອ ແຂວງອຸດົມໄຊ ໃນການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19

355

ນັບຕັ້ງແຕ່ແຂວງອຸດົມໄຊ ກວດພົບ ກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ 19 ໃນລະຫວ່າງທ້າຍເດືອນ ມີນາ ຜ່ານມານີ້ ທາງແຂວງອຸດົມໄຊ ກໍໄດ້ຮີບຮ້ອນໃນການວາງມາດຕະການ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດດັ່ງກ່າວ ເຮັດໃຫ້ຄະນະຮັບຜິດຊອບທຸກພາກສ່ວນ ໂດຍສະເພາະແມ່ນຄະນະສະເພາະກິດຂັ້ນແຂວງ,ເມືອງ ໄດ້ມີການເຄື່ອນໄຫວປະຕິບັດຫນ້າທີ່ ຢ່າງເຂັ້ມງວດ.

ແຕ່ການເຄື່ອນໄຫວປະຕິບັດຫນ້າທີ່ວຽກງານ ເຫັນວ່າ ຍັງມີຄວາມຂາດເຂີນ ດ້ານງົບປະມານ ລວມທັງ ວັດຖຸປັດໄຈອື່ນໆ; ດັ່ງນັ້ນ ບັນດານັກທຸລະກິດ,ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ລວມທັງພາກສ່ວນຕ່າງໆ ພາຍໃນແຂວງ ຈຶ່ງໄດ້ມີການປະກອບສ່ວນ,ຊຸກຍູ້,ຊ່ວຍເຫລືອ ດ້ວຍການນຳເອົາເງິນສົດ ແລະ ເຄື່ອງອຸປະໂພກບໍລິໂພກ ຈຳນວນຫນຶ່ງ ເຊັນ: ຜ້າອັດປາກ-ດັງ,ເຈວລ້າງມື,ນ້ຳດື່ມ,ຫມີ່ ມອບໃຫ້ແຂວງ ເພື່ອນຳໃຊ້ເຂົ້າໃນການ ປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ -19.

ໃນໄລຍະຜ່ານມາຫລາຍພາກສ່ວນກໍໄດ້ໃຫ້ການຊ່ວຍເຫຼືອແລ້ວ ແຕ່ມາຮອດທ້າຍອາທິດຜ່ານມານີ້ ກໍຍັງມີຫລາຍພາກສ່ວນ ເຂົ້າໃຫ້ການອຸປະຖໍາ ໂດຍສະເພາະແມ່ນທະນາຄານນະໂຍບາຍ ສາຂາແຂວງອຸດົມໄຊ ມອບເງິນສົດຈຳນວນ12 ລ້ານກີບ ໃນນັ້ນ ໃຫ້ແຂວງ5 ລ້ານກີບ ແລະ ບັນດາເມືອງ 7 ລ້ານກີບ,ລັດວິສາຫະກິດ ນໍ້າປະປາ ແຂວງ ມອບເງິນສົດຈໍານວນ 5ລ້ານກີບ,ບໍລິສັດ ອຸດົມໄຊ ພັດທະນາກະສິກໍາ ຂາອອກ – ຂາເຂົ້າ ມອບເງິນສົດ ຈໍານວນ 10 ລ້ານກີບ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງອຸດົມໄຊ ມອບເງິນສົດ ຈຳນວນ 5 ລ້ານກີບ,ໃຫ້ກຽດຮັບໂດຍການນຳຂອງແຂວງ.


ໂອກາດດັ່ງກ່າວ ການນໍາແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈ ຕໍ່ກັບທຸກພາກສ່ວນ ທີ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການອຸປະຖຳ,ຊຸກຍູ້,ຊ່ວຍເຫຼືອ ແກ່ແຂວງອຸດົມໄຊ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອຕື່ມອີກໃນໂອກາດຫນ້າ.
ສໍາລັບເງິນສົດ ທີ່ໄດ້ຮັບດັ່ງກ່າວ ທາງແຂວງຈະໄດ້ຫມູນໃຊ້ເຂົ້າໃນວຽກງານປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ -19,ສ່ວນເຄື່ອງອຸປະໂພກ – ບໍລິໂພກແມ່ນຈະໄດ້ຈັດແບ່ງ ແລະ ນຳໄປມອບໃຫ້ກັບທຸກພາກສ່ວນທີ່ກຳລັງປະຕິບັດຫນ້າທີ່ ລວມທັງ ຜູ້ຕິດເຊື້ອທີ່ກໍາລັງປິ່ນປົວ ແລະ ຜູ້ທີ່ມີຄວາມສ່ຽງ ຖືກກັກບໍລິເວນ ໃນແຕ່ລະຈຸດໃຫ້ທົ່ວເຖິງ.