ຄະນະສະເພາະກິດ ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການປ້ອງໂຄວິດ-19ຢ່າງເຂັ້ມງວດ ຫຼັງໂຕເລກຜູ້ຕິດເຊື້ອລາຍວັນຍັງຫຼາຍ

349

ສປປລາວ ມີກໍລະນີຄົນເຈັບຕິດເຊື້ອພະຍາດໂຄວິດ-19ເສຍຊີວິດ1 ຄົນ(ເພດຍິງ ອາຍຸ53ປີ ຢູ່ນະຄອນຫຼວງວຽງຈັນ)ເຊິ່ງເປັນກໍລະນີເສຍຊີວິດທຳອິດຂອງຜູ້ຕິດເຊື້ອໂຄວິດ-19 ໃນສປປລາວ ນັບແຕ່ພົບກໍລະນີຕິດເຊື້ອຄົນທຳອິດໃນເດືອນມີນາປີ 2020.ຂະນະທີ່ຕົວເລກຜູ້ຕິດເຊື້ອລາຍວັນຍັງສູງ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19ໄດ້ຖະແຫຼງຂ່າວປະຈຳວັນ ທີ່ 9 ພຶດສະພາ 2021  ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ວັນທີ8 ພຶດສະພາ2021 ໄດ້ເກັບຕົວຢ່າງໄປກວດທັງໝົດ ຈຳນວນ 6.882 ກໍລະນີ, ຜົນກວດພົບວ່າ ມີຜູ້ຕິດເຊື້ອຈຳນວນ 69 ຄົນຄື:  ນະຄອນຫຼວງວຽງຈັນ 16 ຄົນ, ບໍ່ແກ້ວ 46 ຄົນ, ສະຫວັນນະເຂດ 4 ຄົນ ແລະ ແຂວງຈຳປາສັກຈຳນວນ 3 ຄົນ. ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທັງໝົດໃນທົ່ວປະເທດມີຈຳນວນ 1.302 ຄົນ, ມີຜູ້ເສຍຊີວິດ 1 ຄົນ, ປິ່ນປົວດີໃໝ່78ຄົນ ລວມປິ່ນປົວດີສະສົມ232 ຄົນ, ກຳລັງນອນຕິດຕາມປິ່ນປົວ 1.069ຄົນ.

ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດຢ່າງເຂັ້ມງວດ ຂໍຮຽກຮ້ອງໃຫ້ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນປະຕີບັດມາດຕະການທີ່ລັດຖະບານວາງອອກ ກໍ່ຄື ຄຳສັ່ງ ສະບັບເລກທີ 15/ນຍ ຈົນຮອດວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ.


ສຳລັບແຮງງານລາວທີ່ເດີນທາງກັບມາຈາກປະເທດເພື່ອນບ້ານ ເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆ ໃນຂອບເຂດທົ່ວປະເທດ ຈະຖືກລະບຽບຫຼັກການ ຫຼື ບໍ່ຖືກລະບຽບຫຼັກການກໍຕາມ ກໍຂໍໃຫ້ທ່ານຮີບຮ້ອນມາພົບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອພວກເຮົາຈະໄດ້ນຳທ່ານເຂົ້າໄປຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້ໂດຍໄວ ແລະ ເກັບຕົວຢ່າງກວດຊອກຫາເຊື້ອຢ່າງທັນທີ ເພື່ອປ້ອງກັນການແຜ່ເຊື້ອໄປສູ່ຄົນອ້ອມຂ້າງ ແລະ ສູ່ສັງຄົມ ພ້ອມທັງ ສະກັດກັ້ນ ບໍ່ໃຫ້ເກີດມີການລະບາດແຜ່ລາມທີ່ເປັນວົງກວ້າງໃນປະເທດຂອງພວກເຮົາ.


ອີກປະການໜຶ່ງ ຂໍການຮ່ວມມືນຳບັນດາທ່ານ ເມື່ອທ່ານໄປກວດຕົວຢ່າງ ຂໍໃຫ້ແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່ ນາມສະກຸນ ອາຍຸ ບ້ານຢູ່ ແລະ ເບີໂທລະສັບຕິດຕໍ່ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕີດຕໍ່ພົວພັນ ກັບຄືນຫາທ່ານ ໃນເວລາໄດ້ຜົນກວດ.

ສະໜັບສະໜູນຂ່າວໂດຍ: